ລົດໄຟທົ໊ງເຍິດຂອງຫວຽດນາມ ໄປຮອດນະຄອນໂຮ່ຈີມິນ ເຊິ່ງໄດ້ເລີ່ມເດີນທາງອອກໄປແຕ່ຮ່າໂນ້ຍ, ແລ່ນລຽບໄປຕາມລວງຍາວຂອງປະເທດແຕ່ຕອນເສັ້ນທາງລົດໄຟງາມທີ່ສຸດແມ່ນຕອນຈາກ ຮ່າໂນ້ຍ ເຖິງດ່ານັ໊ງ.

leftcenterrightdel
ເສັ້ນທາງລົດໄຟ ຮ່າໂນ້ຍ-ດ່ານັ໊ງ. ພາບ: CN Traveller.

ເສັ້ນທາງລົດໄຟສາຍນີ້ເຄີຍຖືກລະເບີດຂອງອາເມລິກາ ມ້າງເພທໍາລາຍໃນປາງສົງຄາມມາແລ້ວແຕ່ໄດ້ຮັບການຟື້ນຟູຄືນໃໝ່ ແລະໄດ້ເຄື່ອນໄຫວເປັນປົກກະຕິໃນປີ 1976, ເມື່ອປະເທດໄດ້ຮັບການທ້ອນໂຮມເປັນເອກະພາບ. ຕາມໜ້າເວັບໄຊ CN Traveller ແລ້ວ, ລົດໄຟທົ໊ງເຍິດ ໄດ້ນໍາສົ່ງຜູ້ໂດຍສານໄປຜ່ານບັນດາແຖວເຮືອນມິດງຽບໃນຍາມກາງຄືນ, ທິວທັດທໍາມະຊາດ, ພູຜາປ່າໄມ້ທີ່ໃຫຍ່ໂຕມະໂຫຖານ, ຊົມເບິ່ງຫາດຊາຍທີ່ສວຍງາມຢູ່ລຽບຕາມຂອບນໍ້າຢູ່ອ່າວລັງໂກ ກ່ອນທີ່ລົດໄຟຈະເຂົ້າໄປຮອດສະຖານີລົດໄຟດ່ານັ໊ງ.

ໂດຍ: ເກື່ອງດັ້ງ