ການສົ່ງອອກສິນໃນນໍ້າເຖິງໝົດໃນເດືອນສິງຫາ ບັນລຸໄດ້ 5,4 ຕື້ໂດລາສະຫະລັດ, ສູ້ຊົນບັນລຸໃຫ້ໄດ້ 8,9 ຕື້ໂດລາສະຫະລັດໃນປີ. ນີ້ແມ່ນຄໍາຢັ້ງຢືນຂອງທ່ານ ຟຸ່ງດຶກຕ໊ຽນ ຮອງລັດຖະມົນຕີກະຊວງກະສິກໍາ ແລະພັດທະນາຊົນນະບົດ ທີ່ກອງປະຊຸມຮັບປະກັນຄຸນນະພາບຄວາມປອດໄພດ້ານສະບຽງອາຫານ, ຄວາມປອດໄພໃນໄລຍະເກີດໂລກລະບາດ ເພື່ອຊຸກຍູ້ການຜະລິດ, ຈໍາໜ່າຍສິນໃນນໍ້າໂດຍກະຊວງກະສິກໍາ ແລະພັດທະນາຊົນນະບົດ ຈັດຕັ້ງໃນວັນທີ 19 ກັນຍາ 2020 ຢູ່ເກິ່ນເທີ.

leftcenterrightdel
ທ່ານ ຟຸ່ງດຶກຕ໊ຽນ ຮອງລັດຖະມົນຕີກະຊວງກະສິກໍາ ແລະພັດທະນາຊົນນະບົດ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: vovworld.vn.

ປັດຈຸບັນ, ກຸ້ງແມ່ນປະເພດສິນຄ້າທີ່ພວມມີບັນດາເງື່ອນໄຂສະດວກເມື່ອເພີ່ມທັງປະລິມານ ແລະລາຄາ. ນັບແຕ່ເມື່ອສັນຍາການຄ້າລະຫວ່າງຫວຽດນາມ ແລະສະຫະພາບເອີລົບ (EVFTA) ມີຜົນສັກສິດໃນຕົ້ນເດືອນສິງຫາຜ່ານມາ, ໃບສັ່ງຜະລິດຕະພັນກຸ້ງໄດ້ເພີ່ມຂຶ້ນກວ່າ 10 %. ຕາມສະຫະສະມາຄົມປຸງແຕ່ງ ແລະສົ່ງອອກສິນໃນນໍ້າຫວຽດນາມ (VASEP) ແລ້ວ, 5 ຕະຫຼາດຕົ້ນຕໍທີ່ນໍາເຂົ້າກຸ້ງຈາກຫວຽດນາມແມ່ນ ອາເມລິກາ, ຍີ່ປຸ່ນ, ຈີນ, ອີຢູ ແລະສ.ເກົາຫຼີ. ໄລ່ຮອດວັນທີ 15 ສິງຫາ, ການສົ່ງອອກກຸ້ງບັນລຸ 2,1 ຕື້ໂດລາສະຫະລັດ, ກວມກວ່າ 43% ລວມຍອດວົງເງິນສົ່ງອອກຂອງຂະແໜງສິນໃນນໍ້າ. ໃນນັ້ນ, 2 ຕະຫຼາດທີ່ນໍາເຂົ້າກຸ້ງຂອງຫວຽດນາມ ຍັງຄົງຮັກສາການເຕີບໂຕນັ້ນແມ່ນື ອາເມລິກາ (ເພີ່ມຂຶ້ນ 32%) ແລະສ.ເກົາຫຼີ  (ເພີ່ມຂຶ້ນ 8,5%).

ໂດຍ: ໄຊຊະນະ