ວັນທີ 17 ກັນຍາ, ຢູ່ຮ່າໂນ້ຍ, ກະຊວງວິທະຍາສາດ ແລະເຕັກໂນໂລຢີ ສົມທົບກັບກະຊວງອຸດສາຫະກຳ ແລະການຄ້າດຳເນີນເວທີປາໄສ “ເຕັກໂນໂລຢີ ແລະພະລັງງານຫວຽດນາມ 2020” ເພື່ອແນໃສ່ຊຸກຍູ້ການເຄື່ອນໄຫວຄົ້ນຄວ້າເປັນເຈົ້າຂອງ, ໝູນໃຊ້ ແລະພັດທະນາເຕັກໂນໂລຢີດ້ວຍເປົ້າໝາຍເພີ່ມທະວີປະສິດທິຜົນການນຳໃຊ້ພະລັງງານ, ສິ່ງທ້າທາຍ ແລະມາດຕະການເຕັກໂນໂລຢີໃນການພັດທະນາຂະແໜງພະລັງງານ.

leftcenterrightdel
ບັນຍາກາດທີ່ເວທີປາໄສ. ພາບ: kinhtedothi.vn.

ຜ່ານນັ້ນປະກອບສ່ວນຊຸກຍູ້ການປະຕິບັດມະຕິສະບັບເລກທີ 55-NQ/TW ຂອງກົມການເມືອງກ່ຽວກັບການກຳນົດທິດຍຸດທະສາດພັດທະນາພະລັງງານແຫ່ງຊາດຂອງຫວຽດນາມ ຮອດປີ 2030, ວິໄສທັດຮອດປີ 2045. ນີ້ແມ່ນກາລະໂອກາດເພື່ອໃຫ້ບັນດານັກຄຸ້ມຄອງ, ບັນດານັກວິທະຍາສາດ, ວິສາຫະກິດ, ນັກລົງທຶນພາຍໃນ ແລະຕ່າງປະເທດສົນໃຈເຖິງຂົງເຂດພະລັງງານ, ແລກປ່ຽນ, ແບ່ງປັນ, ປະກອບສ່ວນຫັນຍຸດທະສາດພັດທະນາພະລັງງານແຫ່ງຊາດຂອງຫວຽດນາມ ໃຫ້ປະກົດຜົນເປັນຈິງ.

ໂດຍ: ແສງເດືອນ