ຫວ່າງແລ້ວນີ້, ນາຍົກລັດຖະມົນຕີ ແລະຄະນະຊີ້ນໍາແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານພະຍາດໂຄວິດ-19 ໄດ້ຕົກລົງໃຫ້ເຊື່ອມຕໍ່ບາງສາຍການບິນການຄ້າລະຫວ່າງຫວຽດນາມ ກັບ 6 ປະເທດ ແລະເຂດແຄວ້ນ, ຄື: ຍີ່ປຸ່ນ, ສ.ເກົາຫຼີ, ຈີນ, ໄຕ້ຫວັນ, ລາວ ແລະກຳປູເຈຍ.

leftcenterrightdel
ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ. ພາບ: ກະຊວງການຕ່າງປະເທດຫວຽດນາມ.

ຕາມນັ້ນແລ້ວ, ບັນດາເປົ້າໝາຍໄດ້ອະນຸຍາດໃຫ້ເຂົ້າເມືອງໃນສາຍການບິນການຄ້ານີ້ລວມມີ: ພົນລະເມືອງຫວຽດນາມ; ຊາວຕ່າງປະເທດທີ່ຖືໜັງສືຜ່ານແດນການທູດ, ໜັງສືຜ່ານແດນລັດຖະການ, ຊ່ຽວຊານ, ນັກລົງທຶນ, ນັກຄຸ້ມຄອງວິສາຫະກິດ, ຄົນແຮງງານເຕັກນິກສູງ ແລະຍາດຕິພີ່ນ້ອງນັກຮຽນ, ນັກສຶກສາສາກົນ; ຍາດຕິພີ່ນ້ອງຊາວຫວຽດນາມອາໄສຢູ່ຕ່າງປະເທດ.

ເພື່ອປະຕິບັດເປົ້າໝາຍນີ້, ຫວ່າງແລ້ວນີ້, ຕາມການຊີ້ນໍາຂອງນາຍົກລັດຖະມົນຕີແລ້ວ, ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຂອງຫວຽດນາມ ໄດ້ເຮັດວຽກກັບບັນດາອົງການທີ່ກ່ຽວຂ້ອງຂອງຕ່າງປະເທດ ເພື່ອເຊື່ອມຕໍ່ຄືນໃໝ່ບັນດາຖ້ຽວບິນລະຫວ່າງຫວຽດນາມ ກັບຍີ່ປຸ່ນ, ສ.ເກົາຫຼີ, ໄຕ້ຫວັນ, ຈີນ ນັບແຕ່ວັນທີ 15 ກັນຍາແລ້ວ, ສ່ວນລາວ ແລະກຳປູເຈຍ ຄາດຄະເນວ່າຈະເຊື່ອມຕໍ່ຄືນໃໝ່ໃນວັນທີ 22 ກັນຍາຈະມາເຖິງ. ຜູ້ຢາກເຂົ້າເມືອງຫວຽດນາມ ໃນສາຍການບິນດັ່ງກ່າວນັບທັງຜູ້ຜ່ານແດນຈາກປະເທດທີສາມລ້ວນແຕ່ຕ້ອງປະຕິບັດບັນດາເງື່ອນໄຂດ້ານການແພດ, ວິເຄາະກວດຫາເຊື້ອພະຍາດໂຄວິດ-19 ກ່ອນທີ່ເຂົ້າເມືອງ ແລະປະຕິບັດການແຍກປ່ຽວຕາມຂໍ້ກຳນົດປ້ອງກັນ, ຕ້ານພະຍາດໂຄວິດ-19 ຂອງຫວຽດນາມ ຢ່າງເຂັ້ມງວດ.

ໂດຍ: ທະນາພອນ