ລາຍການດໍາເນີນແຕ່ວັນທີ 17 ກັນຍາ ຫາວັນທີ 1 ຕຸລາ ດ້ວຍການເຄື່ອນໄຫວວັດທະນະທໍາທີ່ເປັນເອກະລັກສະເພາະຫຼາຍຢ່າງ. ເຂົ້າຮ່ວມລາຍການໃນໂອກາດນີ້, ເຍົາວະຊົນ ແລະນັກທ່ອງທ່ຽວໄປຄຸ້ມຖະໜົນເກົ່າຮ່າໂນ້ຍ ຈະໄດ້ເຫັນປະຈັກຕາການເຄື່ອນໄຫວວັດທະນະທໍາ, ການລະຫຼິ້ນພື້ນເມືອງ ແລະອາຊີບຫັດຖະກຳທີ່ເປັນມູນເຊື້ອ. ຄະນະຈັດຕັ້ງຍັງຈັດລາຍການສະແດງສິລະປະໃນຕອນຄໍ່າວັນທີ 26 ກັນຍາ ດ້ວຍການເຂົ້າຮ່ວມຂອງເດັກນ້ອຍແບບ 50 ຄົນ, ບັນດາລາຍການສິລະປະຈະຊ່ວຍໃຫ້ພວກເພື່ອນເດັກນ້ອຍສາມາດປະດິດສ້າງຕາມໃຈມັກ ແລະສົ່ງເສີມຄວາມເຊື່ອໝັ້ນຕົນເອງອີກດ້ວຍ.

leftcenterrightdel
ບັນຍາກາດວັນບຸນໄຫວ້ພະຈັນຢູ່ຄຸ້ມຖະໜົນເກົ່າແມ່ນເຫດການຖືກຈັດຂຶ້ນປະຈໍາປີດ້ວຍການເຄື່ອນໄຫວທີ່ຈັບອົກຈັບໃຈຫຼາຍຢ່າງ. ພາບ: ຄະນະຈັດຕັ້ງ.

ບັນຍາກາດວັນບຸນໄຫວ້ພະຈັນຄຸ້ມຖະໜົນເກົ່າໃນຊຸມປີມໍ່ໆມານີ້ກໍາລັງກາຍເປັນວັດທະນະທໍາທີ່ເປັນເອກະລັກສະເພາະທີ່ສຸດຂອງນະຄອນຫຼວງຮ່າໂນ້ຍ. “ວັນບຸນໄຫວ້ພະຈັນຄຸ້ມຖະໜົນເກົ່າ 2020” ປະກອບສ່ວນເຊີດຊູຄຸນຄ່າວັດທະນະທໍາທີ່ເປັນວັດຖຸ ແລະບໍ່ເປັນວັດຖຸຂອງຮ່າໂນ້ຍ; ພ້ອມທັງໂຄສະນາເຜີຍແຜ່, ແນະນໍາ ແລະໂຄສະນາກ່ຽວກັບຮີດຄອງ, ປະເພນີ, ວັດທະນະທໍາວັນບຸນໄຫວ້ພະຈັນໃນຄຸ້ມຖະໜົນເກົ່າຮ່າໂນ້ຍ ໃຫ້ແກ່ນັກທ່ອງທ່ຽວ.

ໂດຍ: ຈາງຫງວຽນ