ຕາມນັ້ນແລ້ວ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ຄະນະຊີ້ນໍາສູນກາງກ່ຽວກັບການປ້ອງກັນຕ້ານໄພທໍາມະຊາດ, ຄະນະກໍາມະການແຫ່ງຊາດກ່ຽວກັບການຮັບມືກັບອຸບັດຕິເຫດ, ໄພທໍາມະຊາດ ແລະຊອກຫາກູ້ໄພກູ້ຊີບ, ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ແລະບັນດາທ້ອງຖິ່ນສືບຕໍ່ຕິດຕາມການຜັນແປຂອງພາຍຸ, ຝົນຕົກຢ່າງເຄັ່ງຄັດ, ເປັນເຈົ້າການຊີ້ນໍາ ແລະຜັນຂະຫຍາຍວຽກງານຮັບມືຕາມທິດນໍາ “4 ຢູ່ກັບທີ່” ໃຫ້ເໝາະສົມກັບການຜັນແປຂອງພາຍຸ ແລະສະພານການຕົວຈິງຢູ່ທ້ອງຖິ່ນ.

leftcenterrightdel
ຜູ້ຕາງໜ້າກອງບັນຊາການທະຫານຊາຍແດນລາຍງານທີ່ການປະຊຸມຜັນຂະຫາຍວຽກງານຮັບມື ກັບພະຍຸລູກທີ 5. ພາບ: ສໍານັກຂ່າວສານຫວຽດນາມ.

ກໍ່ໃນວັນທີ 16 ກັນຍາ, ທ່ານ ຈິ້ງດິ່ງຢູງ ຮອງນາຍົກລັດຖະມົນຕີ ໄດ້ດໍາເນີນການປະຊຸມດ່ວນກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນເພື່ອເປັນເຈົ້າການຮັບມືກັບພະຍຸລູກທີ 5 ແລະຝົນຕົກພາຍຫຼັງພະຍຸ. ທ່ານ ຈິ້ງດິ່ງຢູງ ຮຽກຮ້ອງຕ້ອງມີສະຕິລະວັງຕົວ, ບໍ່ໃຫ້ລະເຫຼີງ. ບັນດາທ້ອງຖິ່ນຕ້ອງເປັນເຈົ້າການກວດກາຄືນແຜນການຍົກຍ້າຍພົນລະເມືອງ, ກຽມພ້ອມກໍາລັງ, ພາຫະນະເພື່ອຜັນຂະຫຍາຍວິທີການຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນຢູ່ເຂດອັນຕະລາຍ. ບັນດາທ້ອງຖິ່ນສືບຕໍ່ສົມທົບກັບກໍາລັງທະຫານຊາຍແດນ ແລະຂະແໜງສິນໃນນໍ້າ, ຂະແໜງຄົມມະນາຄົມກວດກາຄືນກໍາປັ່ນ, ພາຫະນະທີ່ເຄື່ອນໄຫວຢູ່ທະເລ, ຄວບຄຸມການອອກທະເລຢ່າງເຄັ່ງຄັດ... ຮັບປະກັນຄວາມປອດໄພສູງສຸດໃຫ້ແກ່ບັນດາພາຫະນະ.

ໂດຍ: ທູຈາງ