ດ້ວຍລະບົບເຕັກໂນໂລຢີສົ່ງຮູບພາບທີ່ທັນສະໄໝ Viettel Telehealth, ໂຮງໝໍມະຫາວິທະຍາໄລແພດສາດການຢານະຄອນໂຮ່ຈີມິນ ຜັນຂະຫຍາຍການໃຫ້ຄໍາປຶກສາປ້ອງກັນ, ກວດ, ປິ່ນປົວພະຍາດ,  ບົ່ງມະຕິພະຍາດດ້ວຍຮູບພາບ, ຜ່າຕັດ ແລະຖ່າຍທອດເຕັກນິກໃຫ້ບັນດາໂຮງໝໍຫຼາຍຂະແໜງພາກພື້ນ ແລະແຂວງ. ອີງໃສ່ລະບົບດັ່ງກ່າວ, ບັນດາທ່ານໝໍສາມາດປຶກສາຫາລືບົ່ງມະຕິພະຍາດ ແລະຕີລາຄາພະຍາດໃນລະບົບ; ຂໍ້ມູນ, ຮູບພາບທັງໝົດຂອງການປິ່ນປົວພະຍາດລ້ວນແຕ່ໄດ້ຮັບການສໍາເນົາ ແລະຮັກສາຄວາມລັບ… ພ້ອມກັນນັ້ນ, ບັນດາເຕັກໂນໂລຢີບໍລິຫານກ້າວໜ້າຂອງໂຮງໝໍ ຄື: ສຳເນົາປະຫວັດພະຍາດເອເລັກໂຕນິກ, ລະບົບສໍາເນົາ ແລະສົ່ງຮູບພາບໃນແພດສາດ… ກໍ່ໄດ້ນຳໃຊ້ເພື່ອຍົກສູງປະສິດທິຜົນການບົ່ງມະຕິພະຍາດ, ໃຫ້ຄໍາປຶກສາກວດ, ປິ່ນປົວພະຍາດພ້ອມກັບໂຮງໝໍຂັ້ນລຸ່ມ.

leftcenterrightdel
ບັນດາຜູ້ແທນຕັດແຖບຜ້າເປີດການເຄື່ອນໄຫວໃຫ້ຄໍາປຶກສາກວດ, ປິ່ນປົວທາງໄກ. ພາບ: qdnd.vn.

ໃນວັນດຽວກັນ, ຖັນແຖວແພດໝໍຂອງໂຮງໝໍມະຫາວິທະຍາໄລແພດສາດການຢານະຄອນໂຮ່ຈີມິນ ປະຕິບັດສຳເລັດການປຶກສາຫາລືບົ່ງມະຕິພະຍາດ, ໃຫ້ຄໍາປຶກສາກວດ, ປິ່ນປົວພະຍາດກັບໂຮງໝໍຫຼາຍຂະແໜງແຂວງດົ່ງທາຍ ແລະໂຮງໝໍຫຼາຍຂະແໜງທ້ຽນແຮ້ງ (ແຂວງດັກລັກ). ການປຶກສາຫາລືບົ່ງມະຕິພະຍາດຍັງມີການເຂົ້າຮ່ວມຂອງບັນດາໂຮງໝໍຢູ່ 22 ທ້ອງຖິ່ນອຶ່ນໆຜ່ານລະບົບທາງໄກ.

ໂດຍ: ຈາງຫງວຽນ