ນາຍົກລັດຖະມົນຕີ ມອບໝາຍໃຫ້ກະຊວງປ້ອງກັນປະເທດ, ກະຊວງຕໍາຫຼວດ, ກະຊວງການຕ່າງປະເທດ ສືບຕໍ່ຊີ້ນໍາຈັດຕັ້ງປະຕິບັດການຄວບຄຸມບັນດາກໍລະນີເຂົ້າອອກເມືອງຫວຽດນາມ ຢ່າງເຂັ້ມງວດ. ທ່ານນາຍົກລັດຖະມົນຕີ ກໍມອບໃຫ້ບັນດາຂະແໜງຕໍາຫຼວດ, ໄອຍະການ, ສານ ຮີບຮ້ອນດໍາເນີນການສືບສວນ-ສອບສວນ, ສັ່ງຟ້ອງ, ດຳເນີນຄະດີບັນດາກໍລະນີເຂົ້າອອກເມືອງຜິດກົດໝາຍຢ່າງເຂັ້ມງວດ.

leftcenterrightdel
ທ່ານພົນໂທ ເຈິ່ນເດີນ, ກໍາມະການສູນກາງພັກ,  ຄະນະປະຈໍາຄະນະພັກການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ. ພາບ: vov.vn.

ທ່ານພົນຈັດຕະວາ ເລດຶກຖ໊າຍ, ຮັບຜິດຊອບຜູ້ບັນຊາການທະຫານຊາຍແດນ ໃຫ້ຮູ້ວ່າ: “ພວກຂ້າພະເຈົ້າເຫັນດີເປັນເອກະພາບຊີ້ນໍາບັນດາກົມກອງ, ຮັກສາປ້ອມ, ດ່ານ ແລະກໍາລັງສະກັດກັ້ນຢູ່ເຂດຊາຍແດນແມ່ນນັບມື້ນັບເພີ່ມຂຶ້ນ, ນັບທັງຈໍານວນປ້ອມ, ດ່ານ ກໍຄືຈໍານວນພົນ. ເອົາໃຈໃສ່ປະຕິບັດການຜັດປ່ຽນພາກສ່ວນເຂົ້າຮ່ວມບັນດາປ້ອມ, ດ່ານ, ໂດຍມີການກຳນົດເວລາແມ່ນ 1 ເດືອນ/ຄັ້ງ, ເພື່ອຮັບປະກັນສຸຂະພາບໃຫ້ແກ່ທະຫານ, ຮັກສາການປະຕິບັດໜ້າທີ່ນີ້ໃຫ້ຍາວນານ. ພວກຂ້າພະເຈົ້າກໍກໍານົດວ່າພະຍາດໂຄວິດ-19 ບໍ່ຮູ້ວ່າຍາມໃດມັນຈຶ່ງສິ້ນສຸດ, ໜ້າທີ່ນີ້ຈະຕ້ອງແກ່ຍາວ”.

ທ່ານພົນໂທ ເຈິ່ນເດີນ, ກໍາມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເນັ້ນໜັກວ່າ: “ກໍາລັງຊາຍແດນຕ້ອງມີບັນດາມາດຕະການຄຸມເຂັ້ມກວ່າຢູ່ເຂດຊາຍແດນ, ຊໍ້າບໍ່ໜໍາຕ້ອງໝູນໃຊ້ບັນດາມາດຕະການທີ່ໜັກກວ່າ, ລົງໂທດບັນດາກໍລະນີຕິດຕໍ່, ສົມຮູ້ຮ່ວມຄິດແລ້ວນໍາສົ່ງຄົນເຂົ້າອອກເມືອງຜິດກົດໝາຍຢ່າງສົມເຫດສົມຜົນ. ກໍາລັງຂອງພວກເຮົາຕ້ອງປະຕິບັດໜ້າທີ່ເພື່ອປະເທດຊາດ, ເພື່ອປະຊາຊົນ, ທັງສະກັດກັ້ນພະຍາດໂຄວິດ-19 ທັງກຽມພ້ອມສູ້ຮົບສູງ”...

ໂດຍ: ໄຊຊະນະ