ຫວ່າງແລ້ວນີ້, ທ່ານ ຮວ່າງດຶກຍ້ວນ, ທີ່ປຶກສາການຄ້າຫວຽດນາມ ປະຈໍາ ອານເຊລີ ຮັບຜິດຊອບເຊເນການ, Mali, Gambia, Niger ໃຫ້ຮູ້ວ່າຍ້ອນຖືກຜົນສະທ້ອນຈາກພະຍາດໂຄວິດ-19, ການເຄື່ອນໄຫວຄ້າຂາຍລະຫວ່າງຫວຽດນາມ ແລະບັນດາປະເທດເຊິ່ງອົງການການຄ້າຫວຽດນາມ ປະຈໍາ ອານເຊລີ ພວມຮັບຜິດຊອບເວົ້າສະເພາະ ແລະອາຟະລິກາ ເວົ້າລວມກໍາລັງຖືກຜົນສະທ້ອນ.

leftcenterrightdel
ທ່ານ ຮວ່າງດຶກຍ້ວນ ທີ່ປຶກສາດ້ານການຄ້າເຮັດວຽກກັບວິສາຫະກິດອານເຊລີ ໃນຂົງເຂດຜະລິດປຸງແຕ່ງອາຫານສະໜອງໃຫ້ການເຄື່ອນໄຫວປຸກລ້ຽງສິນໃນທະເລ. ພາບ: ສໍານັກຂ່າວສານຫວຽດນາມ.

ຕາມການສະຖິຕິຂອງກົມໃຫຍ່ພາສີຫວຽດນາມ, ໃນ 5 ເດືອນຕົ້ນປີນີ້, ວົງເງິນການຄ້າສົ່ງອອກຂອງຫວຽດນາມ ໄປຍັງອາຟະລິກາຫຼຸດລົງ 6,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີກ່າຍ. ສ່ວນວົງເງິນສົ່ງອອກຂອງບັນດາປະເທດອາຟະລິກາ ເຂົ້າຫວຽດນາມ ກໍ່ຫຼຸດລົງ 1,2%. ເຖິງຢ່າງໃດກໍ່ຕາມ, ກ່ຽວກັບຄວາມສາມາດບົ່ມຊ້ອນໃນໄລຍະຈະມາເຖິງ, ເຖິງວ່າຖືກໂຈະໄວ້ຍ້ອນພະຍາດໂຄວິດ-19 ກໍ່ຕາມ, ແຕ່ວ່າບັນດາປະເທດອາຟະລິກາ ກໍາລັງມານະພະຍາຍາມເພື່ອໃຫ້ຂົງເຂດການຄ້າເສລີອາຟະລິກາ (AFCFTA) ໄດ້ຮັບການປະຕິບັດໂດຍໄວ.

ສໍາພັນທະມິດອາຟະລິກາ ຄາດຄະເນ AFCFTA ຈະເພີ່ມດ້ານການຄ້າພາຍໃນກຸ່ມອາຟະລິກາ ຂຶ້ນເຖິງເກືອບ 60% ໃນປີ 2022 ແລະຊຸກຍູ້ການພັດທະນາຂອງພື້ນຖານເສດຖະກິດທະວີບ. ປີ 2019, ການແລກປ່ຽນດ້ານການຄ້າລະຫວ່າງຫວຽດນາມ ແລະອາຟະລິກາ ບັນລຸ 7,4 ຕື້ໂດລາສະຫະລັດ, ໃນນັ້ນ ຫວຽດນາມ ສົ່ງອອກສິນຄ້າປະເພດຕ່າງໆ 3,4 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 17% ເມື່ອທຽບໃສ່ປີ 2018. ຍ້ອນເຫດນັ້ນ, ວິສາຫະກິດຫວຽດນາມ ຕ້ອງກະກຽມເພື່ອບໍ່ໃຫ້ພາດໂອກາດເຊິ່ງຕະຫຼາດນີ້ນຳມາໃຫ້ພາຍຫຼັງພະຍາດໂຄວິດ-19.

ໂດຍ: ໄຊນີດາ