ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ເລຮວ່າງຕ່າຍ, ຮອງຫົວໜ້າກົມສົ່ງເສີມການຄ້າ ໃຫ້ຮູ້ວ່າ, ການພັດທະນາອຸດສາຫະກໍາສໍາຮອງແມ່ນໜຶ່ງໃນບັນດານະໂຍບາຍບຸລິມະສິດຂອງລັດຖະບານຫວຽດນາມ ເພື່ອແນໃສ່ຊຸກຍູ້ການພັດທະນາຂອງຂະແໜງອຸດສາຫະກໍາ, ປະກອບສ່ວນຍູ້ໄວວິວັດການຫັນປະເທດຊາດເປັນປະເທດອຸດສາຫະກໍາ-ທັນສະໄໝ, ຫັນປ່ຽນກົນໄກເສດຖະກິດ, ຍົກສູງມູນຄ່າເພີ່ມຂຶ້ນ ແລະກໍາລັງແກ່ງແຍ້ງດ້ານເສດຖະກິດຫວຽດນາມ. ລັດຖະບານ ແລະບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຂອງຫວຽດນາມ ໄດ້ປະກາດໃຊ້ເອກະສານທີ່ແທດຈິງຫຼາຍສະບັບເພື່ອແນໃສ່ຊຸກຍູ້ການພັດທະນາອຸດສາຫະກໍາສໍາຮອງ.

leftcenterrightdel
ບັນຍາກາດທີ່ກອງປະຊຸມທາງໄກ. ພາບ: ມິງອານ.

ຕາມທ່ານ ຕະດຶກມິງ, ທີ່ປຶກສາດ້ານການຄ້າຫວຽດນາມ ປະຈໍາ ຍີ່ປຸ່ນ ແລ້ວ, ການຮ່ວມມືດ້ານອຸດສາຫະກໍາສໍາຮອງລະຫວ່າງຫວຽດນາມ-ຍີ່ປຸ່ນ ຍັງບໍ່ທັນເໝາະສົມກັບຄວາມສາມາດບົ່ມຊ້ອມທີ່ພວມມີຢູ່. ເພື່ອຊຸກຍູ້ການສົ່ງອອກໄປຍັງຕະຫຼາດຍີ່ປຸ່ນ, ວິສາຫະກິດອຸດສາຫະກໍາສຳຮອງຫວຽດນາມ ຄວນລົງທຶນຄົ້ນຄວ້າ ແລະພັດທະນາ, ລົງທຶນໃສ່ອຸປະກອນທັນສະໄໝ, ເພີ່ມປະລິມານດ້ານເຕັກນິກ, ເຕັກໂນໂລຢີໃຫ້ແກ່ຜະລິດຕະພັນ.

ສ່ວນທ່ານນາງ Uchida Tomoko, ຜູ້ອໍານວຍການຍຸຸດທະສາດດໍາເນີນທຸລະກິດຂອງສູນໜູນຊ່ວຍວິສາຫະກິດຂະໜາດກາງ ແລະນ້ອຍໂຕກຽວ ໃຫ້ຮູ້ວ່າ, ໃນປະຈຸບັນ, ມີບໍລິສັດຍີ່ປຸນ ຫຼາຍແຫ່ງກໍາລັງເປີດກວ້າງຂະໜາດຢູ່ ຫວຽດນາມ. ຜ່ານກອງປະຊຸມຄັ້ງນີ້, ທ່ານນາງ Uchida Tomoko ຫວັງວ່າວິສາຫະກິດສອງຝ່າຍ ຈະເຊື່ອມຕໍ່ ແລະຮ່ວມມືດໍາເນີນທຸລະກິດນຳກັນໃນຂົງເຂດອຸດສາຫະກໍາສໍາຮອງຢ່າງມີປະສິດທິຜົນ...

ໂດຍ: ເກື່ອງດັ້ງ