ສັນຍາການຄ້າເສລີຫວຽດນາມ-ສະຫະພາບເອີລົບ (EVFTA) ທີ່ສະພາແຫ່ງຊາດຫວຽດນາມ ກໍາລັງພິຈາລະນາອະນຸມັດຜ່ານໄດ້ເປັນຂີດໝາຍບາດກ້າວທີ່ໃຫຍ່ຂອງຫວຽດນາມ ໃນການເຊື່ອມໂຍງເສດຖະກິດສາກົນ. ດ້ວຍຄວາມຫວັງ EVFTA ບໍ່ພຽງແຕ່ຫຼຸດຜ່ອນພາສີເທົ່ານັ້ນ ຫາກຍັງພັດທະນາການລົງທຶນ, ການບໍລິການ ແລະວິທະຍາສາດເຕັກໂນໂລຢີອີກດ້ວຍ… ລະດັບຫຼຸດຜ່ອນພາສີບັນລຸໄດ້ 80% ຍອດວົງເງິນສົ່ງອອກ-ນໍາເຂົ້າ ແລະແມ່ນກໍາລັງໜູນເສດຖະກິດທີ່ສໍາຄັນເພື່ອຊຸກຍູ້ການພັດທະນາຂອງຫວຽດນາມ.

ການປ້ອງກັນດ້ານການຄ້າຈະແມ່ນເຄື່ອງມືທີ່ມີປະສິດທິຜົນ

ເຖິງວ່າມີຫຼາຍທ່າໄດ້ປຽບໃນ EVFTA, ແຕ່ໃນທ່າອ່ຽງປົກປ້ອງ ແລະປະທະກັນດ້ານການຄ້າທີ່ກໍາລັງຜັນແປຢ່າງສັບສົນ, ພິເສດແມ່ນໃນການພົວພັນລະຫວ່າງບັນດາພື້ນຖານເສດຖະກິດໃຫຍ່, ສົ່ງຜົນກະທົບຫຼາຍດ້ານເຖິງພື້ນຖານເສດຖະກິດໃນທົ່ວໂລກ, ໃນພາກພື້ນ ແລະຫວຽດນາມ, ການປ້ອງກັນດ້ານການຄ້າຈະແມ່ນເຄື່ອງມືສໍາຄັນເພື່ອປົກປັກຮັກສາບັນດາຂະແໜງການຜະລິດກໍ່ຄືບັນດາວິສາຫະກິດພາຍໃນປະເທດ, ພິເສດແມ່ນເມື່ອບັນດາຮົ້ວພາສີໄດ້ຮັບການຍົກເລີກຕາມບັນດາຄໍາໝັ້ນສັນຍາສາກົນ.

leftcenterrightdel
ພາບປະກອບຈາກ vov.vn.

ຕາມກົມປ້ອງກັນດ້ານການຄ້າ (ກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ), ໄລ່ມາຮອດເດືອນມີນາປີ 2020, ມີເກືອບ 160 ກໍລະນີປ້ອງກັນດ້ານການຄ້າໂດຍ 19 ປະເທດ ແລະເຂດແຄ້ວນດຳເນີນການສືບສວນສໍາລັບສິນຄ້າສົ່ງອອກຂອງຫວຽດນາມ. ໃນນັ້ນ, ບັນດາປະເທດດຳເນີນການສືບສວນຫຼາຍກວ່າໝູ່ແມ່ນ ອາເມລິກາ, ອິນເດຍ, ອີຢູ… ແລະ EVFTA ກະກຽມປະຕິບັດກໍ່ມີຄວາມສ່ຽງຫຼາຍກ່ຽວກັບການປະທະກັນດ້ານການຄ້າ.

ທ່ານ ເລຈ້ຽວຢຸ້ງ ຫົວໜ້າກົມປ້ອງກັນດ້ານການຄ້າ ໃຫ້ຮູ້ວ່າ ບັນດາມາດຕະການປ້ອງກັນດ້ານການຄ້າໄດ້ຮັບການອະນຸຍາດນໍາໃຊ້ຈາກ WTO ແລະບັນດາສັນຍາ FTA ເພື່ອຕ້ານບັນດາການກະທຳແກ່ງແຍ້ງບໍ່ຍຸຕິທໍາໃນການຄ້າສາກົນ. ພ້ອມທັງສະກັດກັ້ນເລື່ອງສິນຄ້ານໍາເຂົ້າເພີ່ມຂຶ່ນກະໂດດຂັ້ນ, ກໍ່ຄວາມເສຍຫາຍຢ່າງຮ້າຍແຮງໃຫ້ບັນດາຂະແໜງການຜະລິດພາຍໃນປະເທດ.

ພິເສດ, ສໍາລັບບັນດາສັນຍາ FTA ທີ່ມີລະດັບຫຼຸດຜ່ອນພາສີສູງ ຄື EVFTA, ກໍາລັງດັນແກ່ງແຍ້ງສຳລັບບັນດາວິສາຫະກິດໃນບາງຂົງເຂດກໍ່ຈະສູງກວ່າ, ສະນັ້ນ ຄວາມຕ້ອງການນໍາໃຊ້ບັນດາເຄື່ອງມືປ້ອງກັນດ້ານການຄ້າຍິ່ງມີຄວາມຈໍາເປັນກວ່າ.

ປະກອບຄວາມຮູ້ກ່ຽວກັບການປ້ອງກັນດ້ານການຄ້າເປັນປະຈໍາ, ຕໍ່ເນື່ອງ

ເພື່ອຊ່ວຍເຫຼືອບັນດາວິສາຫະກິດຫວຽດນາມ ສາມາດເຊື່ອໝັ້ນຕົນເອງ, ຄົງຕົວໄດ້ຕໍ່ໜ້າບັນດາໄພອັນຕະເລຍ, ສິ່ງທ້າທາຍກ່ຽວກັບການປະທະກັນດ້ານການຄ້າເມື່ອ EVFTA ໄດ້ຮັບການປະຕິບັດ, ຜູ້ຕາງໜ້າກົມປ້ອງກັນດ້ານການຄ້າ ໃຫ້ຮູ້ວ່າ ບັນດາວິສາຫະກິດຄວນເປັນເຈົ້າການຊອກຮູ້ຂໍ້ມູນຂ່າວສານກ່ຽວກັບສັນຍາ EVFTA ເພື່ອກໍາແໜ້ນຄໍາໝັ້ນສັນຍາຂອງຫວຽດນາມ ແລະຄໍາໝັ້ນສັນຍາຂອງອີຢູ, ພິເສດແມ່ນບັນດາຂໍ້ມູນຂ່າວສານກ່ຽວກັບອັດຕາພາສີພິເສດຕາມສັນຍານີ້ສໍາລັບສິນຄ້າປະເພດຕ່າງໆທີ່ປະເທດເຮົາພວມມີທ່າແຮງ ຫຼື ມີຄວາມສາມາດບົ່ມຊ້ອນສົ່ງອອກຫຼາຍໃນໄລຍະຈະມາເຖິງ.

ບັນດາວິສາຫະກິດຄວນປ່ຽນແປງຈິນຕະນາການດໍາເນີນທຸລະກິດໃນສະພາບການໃໝ່, ຖືກຳລັງດັນກ່ຽວກັບການແກ່ງແຍ້ງເປັນກໍາລັງໜູນເພື່ອປ່ຽນໃໝ່ ແລະພັດທະນາ. EVFTA ຈະນໍາເອົາກາລະໂອກາດມາໃຫ້ວິສາຫະກິດໃດທີ່ເປັນເຈົ້າການຕອບສະໜອງໄດ້ບັນດາການປ່ຽນແປງກ່ຽວກັບສະພາບແວດລ້ອມດໍາເນີນທຸລະກິດໂດຍວິວັດການເຊື່ອມໂຍງເສດຖະກິດສາກົນນໍາມາໃຫ້, ຜ່ານການກໍ່ສ້າງ ແລະປັບປຸງແຜນການດໍາເນີນທຸລະກິດໃຫ້ໄລຍະກາງ ແລະໄລຍະຍາວເພື່ອແນໃສ່ຊຸກຍູ້ສິນຄ້າເຂົ້າຕະຫຼາດອີຢູ.

ເພື່ອຮັບປະກັນສະພາບແວດລ້ອມແຫ່ງການແກ່ງແຍ້ງສະເໜີພາບ, ແກ້ໄຂຄວາມຫຍຸ້ງຍາກສຳລັບຮົ້ວກີດຂວາງການສົ່ງອອກ ແລະຍົກສູງຄວາມສາມາດໃຫ້ປະຊາຄົມວິສາຫະກິດ ແລະບັນດາສະມາຄົມໃນຂົງເຂດການປ້ອງກັນດ້ານການຄ້າ, ວັນທີ 19 ພຶດສະພາຜ່ານມາ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ ໄດ້ປະກາດໃຊ້ຂໍ້ຕົກລົງສະບັບເລກທີ 1347/QĐ-BCT, ຜັນຂະຫຍາຍບາງກິດຈະກຳເພື່ອແນໃສ່ໜູນຊ່ວຍ, ຍົກສູງຄວາມສາມາດປ້ອງກັນດ້ານການຄ້າໃຫ້ບັນດາຂະແໜງການຜະລິດພາຍໃນປະເທດໃນສະພາບການຫວຽດນາມ ເຂົ້າຮ່ວມບັນດາສັນຍາ FTA ໃໝ່.

ກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ ຊີ້ແຈ້ງວ່າ ບັນດາການເຄື່ອນໄວຜັນຂະຫຍາຍ ກະຊວງອຸດສາຫະກຳການຄ້າຈະປະຕິບັດຢ່າງຮີບດ່ວນໃນປີ 2020 ແລະຈະສືບຕໍ່ປະຕິບັດໃນຊຸມປີຕໍ່ໜ້າ, ເພື່ອແນໃສ່ຮັບປະກັນໃຫ້ບັນດາຂະແໜງຜະລິດ, ບັນດາວິສາຫະກິດຫວຽດນາມ, ພິເສດແມ່ນບັນດາວິສາຫະກິດຂະໜາດນ້ອຍ-ກາງ ກໍາແໜ້ນບັນດາເຄື່ອງມືກ່ຽວກັບການປ້ອງກັນດ້ານການຄ້າ, ຜ່ານນັ້ນອາດປົກປັກຮັກສາຜົນປະໂຫຍດອັນຊອບທໍາຂອງຕົນ ແລະຍົກສູງປະສິດທິຜົນຂອງວິວັດການເຊື່ອມໂຍງເສດຖະກິດສາກົນ.

ໂດຍ: ຈາງຫງວຽນ