leftcenterrightdel
ບໍລິສັດຄວາມປອດໄພທາງອິນເຕີເນັດ Viettel. ພາບ: ວັນຟອງ.

ລາງວັນຊາວເຄວ 2020 ທີ່ມອບໃຫ້ VCS-CyM ໄດ້ດຳເນີນໃນສະພາບຂາດຄວາມປອດໄພດ້ານຂໍ້ມູນຂ່າວສານຢູ່ຫວຽດນາມ ໃນຊຸມປີມໍ່ໆມານີ້ສັບສົນທີ່ສຸດ. ດ້ວຍການນຳໃຊ້ເຕັກນິກທັນສະໄໝບຸກໂຈມຕີເຂົ້າບັນດາອົງການ, ຄະນະ, ຂະແໜງການສໍາຄັນຂອງພັກ, ລັດ, ລັດຖະບານ, ບັນດາກຸ່ມບໍລິສັດເສດຖະກິດໃຫຍ່, ໂຄງລ່າງສຳຄັນຂອງປະເທດ. ໃນຂະນະນັ້ນ, ການຮັບມືກັບການບຸກໂຈມຕີດ້ວຍຂອບຂະໜາດໃຫຍ່, ເຕັກນິກທັນສະໄໝປະສົບຄວາມຫຍຸ້ງຍາກຫຼາຍຍ້ອນບັນດາມາດຕະການເຕັກນິກເກົ່າບໍ່ມີປະສິດທິຜົນ, ໃນຂະນະນັ້ນບັນດາມາດຕະການໃໝ່ໃນໂລກບໍ່ທັນເໝາະສົມກັບສະພາບການຕົວຈິງຢູ່ຫວຽດນາມ.

ໃນສະພາບການນັ້ນ, ບໍລິສັດຄວາມປອດໄພທາງອິນເຕີເນັດ Viettel ແມ່ນວິສາຫະກິດຫວຽດນາມ ໜຶ່ງດຽວທີ່ເຂົ້າຮ່ວມການຜະລິດລະບົບຕິດຕາມກວດກາຄວາມໝັ້ນຄົງທາງອິນເຕີເນັດ, ເຊິ່ງເຄີຍຖືກຄວບຄຸມດ້ວຍບັນດາບໍລິສັດເຕັກໂນໂລຢີຕ່າງປະເທດໃນຫຼາຍປີມານີ້. VCS-CyM ແມ່ນມາດຕະການວິໄຈ ແລະຄຸ້ມຄອງເຫດການຄວາມປອດໄພດ້ານຂໍ້ມູນຂ່າວສານ (Security Information and Event Management) “Make in Vietnam” ໂດຍບັນດາວິສະວະກອນຊາວຫວຽດນາມ ກໍ່ສ້າງ ແລະພັດທະນາ 100%, ຕາມຄວາມຮຽກຮ້ອງຕ້ອງການຂອງລະບົບຂໍ້ມູນຂ່າວສານຢູ່ຫວຽດນາມ. 

ໂດຍ: ຈາງຫງວຽນ