leftcenterrightdel
ສະຖານທູດຫວຽດນາມຈັດພິທີຕ້ອນຮັບບຸນເຕັດ 2020. (ພາບ: TTXVN)

ວັນທີ 23 ມັງກອນ (ກົງກັບວັນທີ 29 ບຸນເຕັດ), ສະຖານທູດຫວຽດນາມ ປະຈຳສະຫະພັນລັດເຊຍ ໄດ້ຈັດພິທີສົ່ງທ້າຍປີເກົ່າ, ຕ້ອນຮັບປີໃໝ່ປີຊວດ 2020 ໃຫ້ພະນັກງານ, ພາລະກອນທັງໝົດໃນສະຖານທູດ, ບັນດາອົງການສຳນັກງານອ້ອມຂ້າງສະຖານທູດ ແລະຄອບຄົວ, ພ້ອມກັບພໍ່ແມ່ປະຊາຊົນຊາວຫວຽດນາມ ທີ່ພວມດຳລົງຊີວິດ, ເຮັດວຽກ ແລະຮ່ຳຮຽນຢູ່ນະຄອນຫຼວງມົດສະກູ ແລະບັນດາເຂດຢູ່ໃກ້ຄຽງ.

ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳລັດເຊຍ ໂງດຶກແມ້ງ ໄດ້ແຈ້ງໃຫ້ຊາບວ່າ, ປີ 2019 ຜ່ານມາ ບັນດາພະນັກງານ, ພາລະກອນສະຖານທູດຫວຽດນາມ ປະຈຳລັດເຊຍ ໄດ້ມານະພະຍາຍາມປະຕິບັດສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍເປັນຢ່າງດີ. ເນື່ອງໃນໂອກາດບຸນປີໃໝ່ປີຊວດ 2020, ທ່ານເອກອັກຄະລັດຖະທູດ ໄດ້ສົ່ງຄຳອວຍພອນອັນດີງາມເຖິງພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ລັດເຊຍ ຈົ່ງມີສຸຂະພາບເຂັ້ມແຂງ ແລະປະສົບຜົນສຳເລັດ, ເຊື່ອມຕົວເຂົ້າກັບການເຄື່ອນໄຫວຂອງປະເທດປະຈຳຖິ່ນເປັນຢ່າງດີ.

ແຫຼ່ງຄັດຈາກ: vovworld.vn