leftcenterrightdel
ໃນເດືອນພະຈິກ, ຮ່າໂນ້ຍ ຕ້ອນຮັບແຂກທ່ອງທ່ຽວ 2,5 ລ້ານເທື່ອຄົນ, ຄາດຄະເນບັນລຸໄດ້ 9.288 ຕື້ດົ່ງ. ພາບ: baodautu.vn.

ໃນ 11 ເດືອນຂອງປີ 2019, ຫວຽດນາມ ໄດ້ຕ້ອນຮັບແຂກທ່ອງທ່ຽວ 16.298.423 ເທື່ອຄົນ, ເພີ່ມຂຶ້ນ 15,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ເດືອນພະຈິກແມ່ນເດືອນທີ 6 ໃນປີ ແລະແມ່ນເດືອນທີ 3 ຢ່າງລຽນຕິດທີ່ຂະແໜງການທ່ອງທ່ຽວຫວຽດນາມ ຕ້ອນຮັບຈໍານວນແຂກທ່ອງທ່ຽວສາກົນໄດ້ກວ່າ 1,5 ລ້ານເທື່ອຄົນ. ໄລ່ລວມແລ້ວ 11 ເດືອນຂອງປີ 2019, ແຂກທ່ອງທ່ຽວພາຍໃນປະເທດບັນລຸ 78,5 ລ້ານເທື່ອຄົນ, ໃນນັ້ນມີແຂກທ່ອງທ່ຽວພັກເຊົາຢູ່ 39,9 ລ້ານເທື່ອຄົນ. ຍອດລາຍຮັບຈາກແຂກທ່ອງທ່ຽວບັນລຸ 649.000 ຕື້ດົ່ງ, ເພີ່ມຂຶ້ນ 16,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

ໂດຍ: ເຈິ່ນຮວ່ຽນ