ທີ່ພິທີ, ທ່ານພັນເອກພິເສດ ໂຮ່ແອັງຕ໊ວນ, ຫົວໜ້າການເມືອງກອງບັນຊາການທະຫານແຂວງ, ຮອງຫົວໜ້າຄະນະຊີ້ນໍາ 515 ຂອງແຂວງໄດ້ກ່າວຄໍາເຫັນມອບໜ້າທີ່ໃຫ້ແກ່ກອງ K53 ແຂວງກອນຕຸມ, ຫວັງວ່າພະນັກງານ, ນັກຮົບກອງ K53 ຈະສືບຕໍ່ຍົກສູງນໍ້າໃຈຮັບຜິດຊອບ, ປະຕິບັດລະບຽບວິໄລຢ່າງເຂັ້ມງວດ, ເສີມຂະຫຍາຍຄຸນທາດທະຫານລຸງໂຮ່, ຕັ້ງໜ້າ, ມີສະຕິຕື່ນຕົວ, ເປັນເຈົ້າການ, ຕັດສິນໃຈປະຕິບັດສໍາເລັດໜ້າທີ່ເຊິ່ງ ພັກ, ລັດ, ກົມກອງມອບໝາຍໃຫ້; ສົມທົບກັນຢ່າງແໜ້ນແຟ້ນກັບອໍານາດການປົກຄອງ ແລະປະຊາຊົນປະເທດປະຈໍາຖິ່ນ ເພື່ອປະຕິບັດໜ້າທີ່ໃຫ້ເປັນຢ່າງດີ, ຖືນີ້ແມ່ນຄວາມເອກອ້າງທະນົງໃຈ, ທັງແມ່ນຄວາມຮັບຜິດຊອບ, ສະແດງໃຫ້ເຫັນຫຼັກສິນທໍາທີ່ວ່າ ກິນເຂົ້າຄິດຮອດຄຸນນາກິນປາຄິດຮອດຄຸນນໍ້າຂອງພັກ ແລະລັດຫວຽດນາມ ສໍາລັບບັນດານັກຮົບທີ່ໄດ້ເສຍສະຫຼະຊີວິດໃນການເຮັດໜ້າທີ່ສາກົນອັນສູງສົ່ງ.

leftcenterrightdel
ທ່ານພັນເອກພິເສດ ໂຮ່ແອັງຕ໊ວນ ມອບຂອງຂວັນໃຫ້ກອງ K53. ພາບ: ຈຸງກຽນ.

ທ່ານພັນເອກ ຫງວຽນກົງຄວາ, ຫົວໜ້າກອງ K53 ໄດ້ຕາງໜ້າພະນັກງານ, ນັກຮົບໃຫ້ຄໍາໝັ້ນສັນຍາວ່າ ການຊອກຄົ້ນ, ທ້ອນໂຮມ ແລະຈັດສົ່ງອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ກໍາປູເຈຍ ແລະລາວ ກັບຄືນປະເທດແມ່ນໜ້າທີ່ມີຄວາມໝາຍສໍາຄັນຍິ່ງ, ສະແດງໃຫ້ເຫັນຫຼັກສິນທໍາ “ກິນເຂົ້າຄິດຮອດຄຸນນາກິນປາຄິດຮອດຄຸນນໍ້າ”, ຂອງຊາດຫວຽດນາມ. ກອງ K53 ຈະເຮັດຈົນສຸດຄວາມສາມາດຂອງຕົນ, ຜ່ານຜ່າຄວາມຫຍຸ້ງຍາກ, ສືບຕໍ່ສູ້ຊົນປະຕິບັດສໍາເລັດໜ້າທີ່ຊອກຄົ້ນ, ຈັດສົ່ງອັດຖິທະຫານທີ່ເສຍສະຫຼະຊີວິດກັບຄືນປະເທດ.

ໂດຍ: ໄຊຊະນະ