ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ຢ້ຽມຢາມຖາມຂ່າວ, ລະດົມກໍາລັງໃຈ, ມອບຂອງຂວັນໃຫ້ປະຊາຊົນທີ່ຖືກຜົນເສຍຫາຍຈາກພາຍຸ ລູກທີ 5, ບັນເທົາທຸກກັບບັນດາຄວາມເສຍຫາຍຂອງປະຊາຊົນ, ຫວັງວ່າ ພໍ່ແມ່ປະຊາຊົນຈະຜ່ານຜ່າຄວາມຫຍຸ້ງຍາກກັບຄືນສູ່ການດຳລົງຊີວິດເປັນປົກກະຕິໂດຍໄວ. ພ້ອມທັງຮຽກຮ້ອງໃຫ້ແຂວງບິ່ງດິ້ງ ລະດົມທຸກກໍາລັງເພື່ອ ຮັບມືກັບພາຍຸ ລູກທີ 6, ຕ້ອງລະມັດລະວັງຢ່າງເດັດຂາດ.

leftcenterrightdel
ທ່ານ ຈິ້ງດິ່ງຢຸ້ງ ຮອງນາຍົກລັດຖະມົນຕີ ລົງກວດກາທີ່ທ່າເຮືອກຸຍເຍີນ. ພາບ: ຫງວຽນແອງເຊີນ.

ທ່ານ ຈິ້ງດິ່ງຢຸ້ງ ກໍຊີ້ນໍາກະຊວງຄົມມະນາຄົມ ແລະຂົນສົ່ງ ຈັດສົ່ງກໍາປັ່ນ Sar 2 ລໍາເພື່ອໜູນຊ່ວຍແຂວງບິ່ງດິ້ງ ກຽມພ້ອມຮັບມື, ກູ້ໄພກູ້ຊີບເມື່ອອຸບັດເຫດເກີດຂຶ້ນ.

leftcenterrightdel
ບັນດາກໍາລັງ ຊ່ວຍປະຊາຊົນ ຂົນຖ່າຍສິນຄ້າຢູ່ທ່າເຮືອ ກຸຍເຍີນ. ພາບ: ຫງວຽນແອງເຊີນ.
leftcenterrightdel

ທະຫານຊາຍແດນແຂວງບິ່ງດິ້ງ ໜູນຊ່ວຍປະຊາຊົນມັດເຮືອໄວ້ຢູ່ທ່າເຮືອກຸຍ ເຍີນ. ພາບ: ຫງວຽນແອງເຊີນ.

ປັດຈຸບັນ, ທຸກຂັ້ນ, ທຸກຂະແໜງການ ແລະກໍາລັງປະກອບອາວຸດ ກຳລັງດຳເນີນວຽກງານຕ້ານ ແລະສະກັດກັ້ນພາຍຸ ລູກທີ 6 ຢ່າງຮີບເຮັ່ງ. ປະຕິບັດຄໍາສັ່ງຫ້າມອອກທະເລ, ຫ້າມບໍ່ໃຫ້ຜູ້ໃດຢູ່ເທິງບັນດາກະຊັງ, ແພລ້ຽງປູກສິນໃນນໍ້າ, ເທິງເຮືອຫາປາຢ່າງເຂັ້ມງວດ, ຮັບປະກັນຄວາມປອດໄພໃຫ້ຄົນຢ່າງເດັດຂາດ, ຈຳກັດຄວາມເສຍຫາຍທາງດ້ານຊັບສິນ ໂດຍພາຍຸ ລູກທີ 6 ກໍຂຶ້ນໃຫ້ຢູ່ໃນລະດັບຕ່ຳສຸດ...

ໂດຍ: ໄຊຊະນະ