ກ່າວຄໍາເຫັນທີ່ພິທີ, ທ່ານນາງ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ຕາງໜ້າການນໍາພັກ, ລັດ ອວຍພອນໃຫ້ຊາວກະສິກອນ 63 ຄົນທີ່ໄດ້ຮັບການເຊີດຊູນາມມະຍົດຊາວກະສິກອນດີເດັ່ນຂອງຫວຽດນາມ ປີ 2019. ຕີລາຄາສູງຂໍ້ລິເລີ່ມຂອງສະມາຄົມຊາວກະສິກອນຫວຽດນາມ ໃນການຈັດຕັ້ງການເຊີດຊູຊາວກະສິກອນດີເດັ່ນຂອງຫວຽດນາມ 63 ຄົນປີ 2019.

leftcenterrightdel
ທ່ານນາງ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ມອບລາງວັນໃຫ້ແກ່ບັນດາຊາວກະສິກອນດີເດັ່ນຂອງຫວຽດນາມ ປີ 2019. ພາບ: dang congsan.vn.

ທ່ານນາງ ເຈືອງທິມາຍ ສະເໜີໃຫ້ຄະນະພັກ, ອຳນາດການປົກຄອງ ແລະລະບົບການເມືອງທຸກຂັ້ນຄວນຮ່ວມເດີນທາງກັບຊາວກະສິກອນ, ສ້າງເງື່ອນໄຂເພື່ອໃຫ້ຊາວກະສິກອນໄດ້ສຳຜັດກັບວິທະຍາສາດ-ເຕັກໂນໂລຢີ; ພັດທະນາບັນດາຮູບແບບຮ່ວມມື, ທະວີຄູນບັນດາແບບຢ່າງໃນການຜະລິດ, ດໍາເນີນທຸລະກິດ; ລະດົມກຳລັງໃຈຊາວກະສິກອນເສີມຂະຫຍາຍຂໍ້ລິເລີ່ມ; ຈັດຕັ້ງໃຫ້ກະສິກໍາເຊື່ອມຕໍ່ກັບອຸດສາຫະກໍາປຸງແຕ່ງ, ຕະຫຼາດສົ່ງອອກ, ລະບົບມູນຄ່າ... ສະມາຄົມຊາວກະສິກອນຫວຽດນາມ ທຸກຂັ້ນ ຄວນສືບຕໍ່ປ່ຽນແປງໃໝ່ເນື້ອໃນ, ແບບວິທີການເຄື່ອນໄຫວ, ຮັບປະກັນທາດແທ້ບົດບາດເປັນຕົວແທນປົກປ້ອງສິດ ແລະຜົນປະໂຫຍດຖືກຕ້ອງຕາມກົດໝາຍ, ຊອບທຳຂອງຊາວກະສິກອນ, ເປັນຂົວຕໍ່ສຳຄັນລະຫວ່າງພັກ, ລັດກັບຊາວກະສິກອນ, ປັບປຸງ ແລະເພີ່ມທະວີຄວາມເຊື່ອໝັ້ນຂອງຊາວກະສິກອນທີ່ມີຕໍ່ພັກຕື່ມອີກ.

ໂດຍ: ເຈິ່ນຮວ່ຽນ