ທ່ານ ຟ້າມກວາງຮືງ ຫົວໜ້າກົມຮ່ວມມືສາກົນ (ກະຊວງສຶກສາ ແລະບໍາລຸງສ້າງ) ໃຫ້ຮູ້ວ່າ: ຮອບຄັດເລືອກພາກເໜືອໄດ້ຈັດຕັ້ງດ້ວຍຫົວຂໍ້ “ຂ້ອຍຮັກຫວຽດນາມ” ດ້ວຍການເຂົ້າຮ່ວມຂອງ 42 ທີມທີ່ມາຈາກບັນດາຮາກຖານການສຶກສາພາກເໜືອ. ບັນດານັກສຶກສາຈະແຂ່ງຂັນກັນເວົ້າພາສາຫວຽດ ກ່ຽວກັບບັນດາຫົວຂໍ້ລະອຽດ ຄື: ຊົມເຊີຍມູນເຊື້ຶອ, ປະຫວັດສາດ, ວັດທະນະທໍາ... ຂອງຫວຽດນາມ; ຄວາມຮູ້ສຶກກ່ຽວກັບຄົນຫວຽດນາມ ເປັນເວລາ 7 ນາທີຢູ່ເທິງເວທີ...

leftcenterrightdel
ນັກສຶກສາລາວ ເຂົ້າຮ່ວມການແຂ່ງຂັນເວົ້າພາສາຫວຽດ. ພາບ: ກວີ່ງຫງວຽນ.

ຄະນະຈັດຕັ້ງຈະໃຫ້ຄະແນນ, ເລືອກເອົາທີມທີ່ດີເລີດເຂົ້າຮອບແຂ່ງຂັນຊະນະເລີດ, ເຊິ່ງຈະດໍາເນີນຢູ່ທ໊າຍງວຽນ ໃນວັນທີ 8 -11 ຈະມາເຖິງ. ການແຂ່ງຂັນຮອບຄັດເລືອກພາກກາງ ແລະພາກໃຕ້ຈະດໍາເນີນໃນວັນທີ 18 ແລະ 25 ຕຸລາ ຢູ່ແຂວງເທື່ອທຽນເຫວ້ ແລະນະຄອນໂຮ່ຈີມິນ.

ໂດຍ: ໄຊນີດາ