ລະດັບເພີ່ມຂຶ້ນ 10 ຂັ້ນຂອງຫວຽດນາມ ໃນປີນີ້ເມື່ອທຽບໃສ່ປີກາຍແລ້ວ WEF ໄດ້ເນັ້ນໜັກວ່າແມ່ນເພີ່ມຂຶ້ນຫຼາຍທີ່ສຸດ ແລະມີໜຶ່ງດຽວໃນໂລກ. ເປັນໜ້າເອົາໃຈໃສ່, WEF ໄດ້ຮັບຮູ້ຄວາມກ້າວໜ້າແບບກະໂດດຂັ້ນຂອງຫວຽດນາມ ໃນສະພາບການຄວາມເຄັ່ງຕຶງດ້ານພູມສາດການເມືອງ ແລະການຄ້າພວມເຮັດໃຫ້ເສດຖະກິດໂລກຂາດສະຖຽນລະພາບ ແລະອາດຈະເຮັດໃຫ້ລະດັບເຕີບໂຕການຄ້າທົ່ວໂລກຫຼຸດລົງ. WEF ຖືວ່າ ຫວຽດນາມ ພວມດຶງດູດການລົງທຶນຈາກຕ່າງປະເທດຢ່າງແຮງເພື່ອກາຍເປັນສູນການຄ້າຂອງພາກພື້ນ.

leftcenterrightdel
ພາບປະກອບຄັດຈາກສໍານັກຂ່າວສານຫວຽດນາມ.

ເມື່ອພິຈາລະນາບັນດາລາຍການຕົ້ນຕໍ, ຫວຽດນາມ ໄດ້ຈັດຢູ່ອັນດັບສູງພໍສົມຄວນກ່ຽວກັບດັດຊະນີ Market Size (ຂອບຂະໜາດຕະຫຼາດ) - ຢືນອັນດັບທີ 26. ບັນດາດັດຊະນີທີ່ຍັງເຫຼືອແມ່ນເໜັງຕີງແຕ່ອັນດັບທີ 41 ຫາອັນດັບທີ 93. ກ່ຽວກັບ ບັນດາດັດຊະນີພາກສ່ວນ, ຫວຽດນາມ ນອນໃນກຸ່ມທີ່ມີຄວາມສ່ຽງກໍ່ການຮ້າຍຕ່ຳທີ່ສຸດໃນໂລກ ແລະໄພເງິນເຟີ້ມີສະຖຽນລະພາບທີ່ສຸດໃນໂລກ. ທັງສອງລາຍການນີ້ຫວຽດນາມ ບັນລຸໄດ້ 100 ຄະແນນ.

ໂດຍ: ຄໍາແພງ