ໃນບົດປະກອບຄໍາເຫັນທີ່ກອງປະຊຸມສໍາມະນາ, ທ່ານປະລິນຍາເອກ Bill Hayton ຊ່ຽວຊານຂັ້ນສູງສັງກັດໂຄງການອາຊີ - ປາຊີຟິກ, ສະຖາບັນ Chatham House (ອັງກິດ) ຖືວ່າເລື່ອງຈີນ ນໍາກໍ່າປັ່ນສໍາຫຼວດໄຮ້ຢາງ  8  ດ້ວຍການປ້ອງກັນຂອງກໍ່າປັ່ນຕໍາຫຼວດທະເລເຂົ້າເຂດເສດຖະກິດພິເສດຂອງຫວຽດນາມ (EEZ) ໄດ້ໃຫ້ເຫັນວ່າ  ຈີນ ໄດ້ນໍາໃຊ້ກໍາລັງແຮງຂອງປະເທດໃຫຍ່ເພື່ອນາບຂູ່ ແລະບີບບັງຄັບບັນດາປະເທດໃນພາກພື້ນຍົກເລີກອໍານາດອະທິປະໄຕ ແລະສິດອໍານາດສານ ກໍ່ຄືຜົນປະໂຫຍດອັນຊອບທໍາຂອງຕົນ. ນີ້ແມ່ນການກະທໍາລະເມີດກົດໝາຍສາກົນ, ໂດຍສະເພາະແມ່ນສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982. ສະຫະພາບເອີຣົບ ຄວນເອົາໃຈໃສ່ເຖິງບັນຫາທະເລຕາເວັນອອກຫຼາຍກວ່າອີກເພື່ອສະກັດກັ້ນເລື່ອງກົດໝາຍສາກົນຖືກທໍາລາຍ.

leftcenterrightdel
ກອງປະຊຸມສໍາມະນາດ້ວຍຫົວຂໍ້ “ແກ້ໄຂການຂັດແຍ້ງກັນຢູ່ທະເລຕາເວັນອອກ”. ພາບ: ສໍານັກຂ່າວສານຫວຽດນາມ.

ໃນຂອບເຂດກອງປະຊຸມ, ທ່ານປະລິນຍາເອກ Takashi Hosoda ນັກຊ່ຽວຊານຄົ້ນຄວ້າກ່ຽວກັບຄວາມໝັ້ນຄົງ ອາຊີ - ປາຊີຟິກ ຂຶ້ນກັບມະຫາວິທະຍາໄລສັງລວມ Charles (ເຊັກໂກ) ກໍ່ໄດ້ສະແດງຄວາມວິຕົກກັງວົນຕໍ່ບັນດາການຜັນແປທີ່ເຄັ່ງຕຶງໃນປັດຈຸບັນຢູ່ທະເລຕາເວັນອອກ ທີ່ໄດ້ນາບຂູ່ສັນຕິພາບ ແລະຄວາມໝັ້ນຄົງຂອງພາກພື້ນ. ທ່ານເນັ້ນໜັກວ່າບັນດາການກະທໍາຝ່າຍດຽວຂອງຈີນ ໄດ້ເຮັດໃຫ້ເພີ່ມຄວາມເຄ່ັງຕຶງຢູ່ທະເລຕາເວັນອອກ. ທ່ານກໍ່ເນັ້ນໜັກຕື່ມອີກວ່າ ຈີນ ຕ້ອງເຄົາລົບປະຕິບັດຕາມກົດໝາຍ ແລະບັນດາມາດຕະຖານລວມຂອງສາກົນ.

ແຫຼ່ງຄັດຈາກ: vovworld.vn