leftcenterrightdel
ທ່ານ ເຈືອງຮ່ວາບິ່ງ ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານຫວຽດນາມ ຕັດແຖບຜ້າເປີດສະຫຼອງໂຮງງານໄຟຟ້າພະລັງຄວາມຮ້ອນ ວິ໋ງເຕິນ 4. ພາບ: congthuong.vn.

ກ່າວຄຳເຫັນທີ່ພິທີ, ທ່ານ ເຈືອງຮ່ວາບິ່ງ ໄດ້ຮັບຮູ້ ແລະຕີລາຄາສູງເລື່ອງໂຮງງານນຳໃຊ້ເຕັກໂນໂລຢີທີ່ທັນສະໄໝ, ແລະ ໄດ້ຮັບການຕີລາຄາແມ່ນໂຮງງານໄຟຟ້າພະລັງຄວາມຮ້ອນທີ່ມີຄຸນນະພາບແຖວໜ້າຢູ່ຫວຽດນາມ, ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການປົກປັກຮັກສາສິ່ງແວດລ້ອມເປັນຢ່າງດີ. ທ່ານຮອງນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ກຸ່ມບໍລິສັດໄຟຟ້າຫວຽດນາມ (EVN) ຍູ້ແຮງການນຳໃຊ້ເຕັກໂນໂລຢີ ແລະເຕັກນິກທີ່ທັນສະໄໝ, ຄຸ້ມຄອງການເຄື່ອນໄຫວໃຫ້ມີຄວາມປອດໄພ ແລະມີຄວາມໄວ້ເນື້ອເຊື່ອໃຈເພື່ອປະກອບສ່ວນຮັບປະກັນການສະໜອງໄຟຟ້າໃຫ້ແກ່ປະເທດຊາດ, ເດັດຂາດບໍ່ປະໃຫ້ເກີດບັນດາບັນຫາມົນລະພິດສິ່ງແວດລ້ອມໃນການຄຸ້ມຄອງ, ເຄື່ອນໄຫວໂຮງງານ.

ແຫຼ່ງຄັດຈາກ: vovworld.vn