ກ່ອນທີ່ຈະສິ້ນສຸດອາຍຸການເປັນປະທານຂອງຫວຽດນາມ, ທ່ານ ເຢືອງຈີ໋ຢູງ ໄດ້ຕີລາຄາໝາກຜົນທີ່ບັນລຸໄດ້, ບັນດາເນື້ອໃນປຶກສາຫາລືເພື່ອແນໃສ່ກໍານົດບັນດາປັດໄຈເໝາະສົມ ເພື່ອສ້າງລາຍການເຮັດວຽກຂອງກອງປະຊຸມໃນອະນາຄົດ. ບັນດາປະເທດສະມາຊິກ ຖືວ່າ, ຫວຽດນາມ ໄດ້ປະສົບຜົນສໍາເລັດເມື່ອນໍາມາເຊິ່ງບັນຍາກາດທີ່ຕັ້ງໜ້າ, ດຸ່ນດ່ຽງ, ມີລັກສະນະສ້າງສັນ ໃຫ້ບັນດາການເຄື່ອນໄຫວທາບທາມຄໍາເຫັນສອງຝ່າຍ ແລະຫຼາຍຝ່າຍ, ບໍລິຫານບັນດາວາລະຄົບຄະນະຂອງກອງປະຊຸມຢ່າງຄ່ອງແຄ່ວ ແລະສ້າງຄວາມສະດວກເພື່ອໃຫ້ບັນດາປະເທດແລກປ່ຽນຢ່າງແທດຈິງ, ເປີດອົກເປີດໃຈກ່ຽວກັບທັດສະນະຕໍ່ບັນດາບັນຫາສະດຸ້ງໄວ້.

leftcenterrightdel
ທ່ານ ເຢືອງຈີ໋ຢູງ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ, ຫົວໜ້າຄະນະປະຕິບັດງານຫວຽດນາມ  ຢູ່ເຊີແນວ. ພາບ: baoquocte.vn.

ສິ້ນສຸດກອງປະຊຸມ, ທ່ານ ເຢືອງຈີ໋ຢູງ ເຊື່ອໝັ້ນວ່າບັນດາເນື້ອໃນປຶກສາຫາລືຢ່າງມີເນື້ອແທ້ໃນອາຍຸການເປັນປະທານຂອງຫວຽດນາມ ແລະບັນດາການຕີລາຄາ, ຂໍ້ສະເໜີຢ່າງພາວະວິໄສ, ມີລັກສະນະສ້າງສັນຂອງຫວຽດນາມ ໃນຖານະຕໍາແໜ່ງເປັນປະທານກອງປະຊຸມປີ 2019 ຈະສ້າງກໍາລັງໜູນທີ່ຈໍາເປັນ ແລະລັກສະນະສືບທອດເພື່ອໃຫ້ກອງປະຊຸມສາມາດບັນລຸໄດ້ບັນດາໝາກຜົນແທດຈິງໃນອະນາຄົດໃກ້ໆນີ້.

ໂດຍ: ທູຈາງ