ADB ໃຫ້ຂໍ້ສັງເກດວ່າ, ກໍາລັງໜູນໃຫຍ່ທີ່ສຸດສໍາລັບພື້ນຖານເສດຖະກິດແມ່ນແຫຼ່ງເງິນລົງທຶນໂດຍກົງຈາກຕ່າງປະເທດ ແລະຂົງເຂດສົ່ງອອກ.

leftcenterrightdel
ການຜະລິດຢູ່ໂຮງງານຮອນດາຮ່ານາມ. ພາບ: ຈີ໊ເກື່ອງ.

ຕາມຂໍ້ມູນຂອງ ADB, ໃນ 5 ເດືອນຕົ້ນປີນີ້, ວົງເງິນສົ່ງອອກສິນຄ້າຂອງຫວຽດນາມ ໄດ້ເພີ່ມຂຶ້ນ 6,7%, ໃນນັ້ນວົງເງິນສົ່ງອອກຕະຫຼາດອາເມລິກາ ເພີ່ມຂຶ້ນ 28%.

ແຫຼ່ງເງິນລົງທຶນໂດຍກົງຈາກຕ່າງປະເທດ ກໍ່ເພີ່ມຂຶ້ນຢ່າງແຮງ 27%. ຄຽງຂ້າງນັ້ນ, ຂົງເຂດຜະລິດອຸດສາຫະກໍາກໍ່ສືບຕໍ່ຮັກສາທ່າເຕີບໂຕຢ່າງແຮງ. ADB ຄາດຄະເນວ່າ ລະດັບເຕີບໂຕຂອງຫວຽດນາມ ຈະບັນລຸ 6,8% ໃນປີນີ້ ແລະ 6,7% ໃນປີ 2020.

ໂດຍ: ຄໍາແພງ