ກອງປະຊຸມຕ່າງໆໄດ້ດໍາເນີນໃນເວລາ 5 ວັນລວມມີ: ກອງປະຊຸມເຈົ້າໜ້າທີ່ອາວຸໂສກ່ຽວກັບເສດຖະກິດກຸ່ມປະເທດ CLMV ຄັ້ງທີ 17, ກອງປະຊຸມທາບທາມຄຳເຫັນເຈົ້າໜ້າທີ່ອາວຸໂສກ່ຽວກັບເສດຖະກິດອາຊຽນ-ຈີນ ຄັ້ງທີ 36, ກອງປະຊຸມທາບທາມຄຳເຫັນເຈົ້າໜ້າທີ່ອາວຸໂສກ່ຽວກັບເສດຖະກິດອາຊຽນ-ຍີ່ປຸ່ນ ຄັ້ງທີ 24, ກອງປະຊຸມທາບທາມຄຳເຫັນເຈົ້າໜ້າທີ່ອາວຸໂສກ່ຽວກັບເສດຖະກິດອາຊຽນ-ສ. ເກົາຫຼີ ຄັ້ງທີ 31 ແລະອື່ນໆ.

leftcenterrightdel
ບັນດາເຈົ້າໜ້າທີ່ອາວຸໂສກ່ຽວກັບເສດຖະກິດອາຊຽນ ເຂົ້າຮ່ວມກອງປະຊຸມ SEOM 2/50 ເມື່ອວັນທີ 4–5 ເມສາ 2019 ຢູ່ວຽງຈັນ, ປະເທດລາວ. ພາບ: congthuong.vn.

ກ່ອນທີ່ຈະຈັດຕັ້ງກອງປະຊຸມດັ່ງກ່າວ, ກະຊວງການຄ້າໄທ ໄດ້ຈັດຕັ້ງບັນດາວາລະປະຊຸມກຸ່ມປະຕິບັດງານ ແລະຄະນະກໍາມະການທາບທາມຄຳເຫັນລວມກ່ຽວກັບການຫັນການຄ້າອາຊຽນເປັນສະດວກ ຄັ້ງທີ 15 ໃນລະຫວ່າງວັນທີ 10–11 ກໍລະກົດ, ກອງປະຊຸມສຳມະນາຫົວເລື່ອງສະເພາະກ່ຽວກັບແຜນການກະທໍາໃນຂອບເຂດການເຊື່ອມໂຍງເຂົ້າກັບເຕັກນິກດີຈີຕອນອາຊຽນ ໃນລະຫວ່າງວັນທີ 11–12 ກໍລະກົດ, ວາລະປະຊຸມພິເສດຂອງຄະນະກໍາມະການຄົບຄະນະປະຊາຄົມເສດຖະກິດອາຊຽນ ກ່ຽວກັບການປະຕິວັດອຸດສາຫະກໍາຄັ້ງທີ 4 ໃນວັນທີ 13 ກໍລະກົດ, ກອງປະຊຸມຄັ້ງທີ 14 ຂອງຄະນະກໍາມະການປະສານງານອາຊຽນກ່ຽວກັບການຄ້າເອເລັກໂຕນິກ...

ໂດຍ: ເກື່ອງດັ້ງ