ນີ້ແມ່ນການແຂ່ງຂັນເພື່ອແນໃສ່ຊຸກຍູ້ຈິດໃຈເລີ່ມທຸລະກິດ, ຄວາມເມົາມົວປ່ຽນແປງໃໝ່ປະດິດຄິດສ້າງໃນຂົງເຂດ IoT ຂອງບັນດາເພື່ອນໜຸ່ມ ແລະປະຊາຄົມເລີ່ມທຸລະກິດຫວຽດນາມ, ພ້ອມທັງໜູນຊ່ວຍພັດທະນາ, ປູກລ້ຽງ ແລະສ້າງຕັ້ງບັນດາວິສາຫະກິດເລີ່ມທຸລະກິດໃນຂົງເຂດ IoT, ມຸ່ງໄປເຖິງການກໍ່ສ້າງລະບົບຊີວະພາບເລີ່ມທຸລະກິດ IoT ແບບຍືນຍົງ. ຜ່ານການແຂ່ງຂັນ, ບັນດາປັນຍາຊົນໜຸ່ມ ແລະປະຊາຄົມເລີ່ມທຸລະກິດປ່ຽນແປງໃໝ່ປະດິດຄິດສ້າງສາມາດສໍາຜັດທ່າອ່ຽງພັດທະນາເຕັກໂນໂລຢີ ແລະກໍາໄດ້ຄວາມຕ້ອງການຕົວຈິງຂອງຕະຫຼາດຈາກບັນດາຜູ້ພັດທະນາເຕັກໂນໂລຢີ, ສະຫະພັນວິສາຫະກິດພາຍໃນ ແລະຕ່າງປະເທດ.

leftcenterrightdel
ຜູ້ຕາງໜ້າຄະນະຄຸ້ມຄອງເຂດເຕັກໂນໂລຢີສູງນະຄອນໂຮ່ຈີມິນ ແບ່ງປັນຂໍ້ມູນກ່ຽວກັບການແຂ່ງຂັນ. ພາບ: ສໍານັກຂ່າວສານຫວຽດນາມ.

ການແຂ່ງຂັນ IoT Startup ໄດ້ຈັດຕັ້ງເປັນຄັ້ງທໍາອິດໃນປີ 2016, ມາຮອດປັດຈຸບັນໄດ້ດຶງດູດກວ່າ 240 ໂຄງການທີ່ມາຈາກໃນທົ່ວປະເທດ. ພາຍຫຼັງການແຂ່ງຂັນ, ຫຼາຍ startup ໄດ້ມີບັນດາບາດກ້າວພັດທະນາຢ່າງແຮງ, ຫັນຜະລິດຕະພັນເປັນການຄ້າ, ດຶງດູດເງິນລົງທຶນສໍາເລັດ, ພົ້ນເດັ່ນ ຄື: ລະບົບໄຟເຍືອງທາງສະຫຼາດ S3, ລະບົບຕິດຕາມສະພາບແວດລ້ອມກະສິກໍາອາຊີບການປະມົງ Aevisor – Fman...

ໂດຍ: ໄຊຊະນະ