ໃນທ່າອ່ຽງເຊື່ອມໂຍງຢ່າງເລິກເຊິ່ງ ແລະກວ້າງຂວາງ, ຜູ້ອອກແຮງງານຫວຽດນາມ ໄດ້ໄປທໍາມາຫາກິນ, ສ້າງອາຊີບຢູ່ຕ່າງປະເທດ. ໃນນັ້ນ, ປະເທດລາວ - ແມ່ນປະເທດທີ່ຕິດກັບ ຫວຽດນາມ, ໃນຊຸມປີມໍ່ໆມານີ້ໄດ້ດຶງດູດຊາວຫວຽດນາມ ໄປທໍາມາຫາກິນ ແລະເຮັດວຽກຢູ່ລາວ ເປັນຈໍານວນຫຼວງຫຼາຍ.

ລາວ ພວມຢູ່ໃນໄລຍະພັດທະນາສະນັ້ນຕ້ອງການແຮງງານທີ່ມີສີມືທໍາມະດາ ແລະແຮງງານທີ່ມີມືອາຊີບເປັນຈໍານວນຫຼາຍ ເພື່ອແນໃສ່ຮັບໃຊ້ພັດທະນາພື້ນຖານໂຄງລ່າງ. ເພາະສະນັ້ນ, ໂອກາດເຮັດວຽກໃຫ້ຜູ້ອອກແຮງງານຫວຽດນາມ ຢູ່ ລາວ ແມ່ນຫຼາຍ. ຍິ່ງໄປກວ່ານັ້ນ, ຫວຽດນາມ ແລະລາວໄດ້ ແລະພວມຮ່ວມມືກັນໃນດ້ານການໜູນຊ່ວຍກໍ່ຄືການລົງທຶນ, ເຮັດໃຫ້ເລື່ອງໄປເຮັດວຽກຢູ່ ລາວ ມີຄວາມງ່າຍດາຍກວ່າຢູ່ຕະຫຼາດອື່ນ.

ດ້ານອື່ນ, ຕາມສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດລາວ ແລ້ວ, ເຖິງວ່າມີກະແສເງິນລົງທຶນທີ່ໃຫຍ່ໂຕເຂົ້າສູ່ປະເທດນີ້ກໍ່ຕາມ, ແຕ່ວ່າ, ມີພຽງແຕ່ 1,2% ຄວາມຕ້ອງການຂອງວຽກເຮັດງານທຳພາຍໃນປະເທດທີ່ສາມາດຕອບສະໜອງໄດ້. ເຫດຜົນແມ່ນບັນດາວິສາຫະກິດຕ່າງປະເທດທີ່ລົງທຶນເຂົ້າຂົງເຂດອຸດສາຫະກໍາຢູ່ ລາວ ບໍ່ຢາກຮັບຜູ້ອອກແຮງງານທ້ອງຖິ່ນຍ້ອນວ່າລະດັບຄວາມຮູ້, ສີມືບໍ່ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການ.

leftcenterrightdel
ກະຊວງແຮງງານ-ທະຫານເສຍອົງຄະ ແລະສັງຄົມຫວຽດນາມ ແລະກະຊວງແຮງງານ ແລະສະຫວັດດີການສັງຄົມລາວ ລົງນາມໃນບົດບັນທຶກຮ່ວມມືລະຫວ່າງສອງກະຊວງໄລຍະ 2019-2021. ພາບ: ທ໋າຍເຊີນ.

ໃນຂະນະນັ້ນ, ລັດຖະບານລາວ ຫາກໍ່ມີນະໂຍບາຍສົ່ງເສີມການລົງທຶນພຽງຢ່າງດຽວເທົ່ານັ້ນ, ຫາກຍັງບໍ່ທັນມີກົນໄກຜູກມັດໃດທີ່ເຮັດໃຫ້ບັນດານັກລົງທຶນບໍ່ຢາກຮັບຜູ້ອອກແຮງງານພາຍໃນປະເທດ ແລະນຳເຂົ້າໄດ້ຢ່າງງ່າຍດາຍກໍ່ຄືຮັບຜູ້ອອກແຮງງານຕ່າງປະເທດ. ປະຈຸບັນ, ຜູ້ອອກແຮງງານຫວຽດນາມ ຢູ່ ລາວ ມີປະມານ 40.000 ກວ່າຄົນ, ສ່ວນໃຫຍ່ໃນຈໍານວນນີ້ໄດ້ຮັບການຕີລາຄາວ່າແມ່ນມີຄວາມອົດທົນ, ມັກຮຽນຮູ້ ແລະມີລະດັບຄວາມຮູ້, ເປັນມືອາຊີບດີ. ເຂົາເຈົ້າເຄີຍເຮັດວຽກໃນຂົງເຂດດໍາເນີນທຸລະກິດ, ຄ້າຂາຍ, ກໍ່ສ້າງ, ຜະລິດປຸງແຕ່ງໄມ້, ກົນຈັກ, ບໍລິການເສີມສວຍ...

ອ້າຍ ຫງວຽນແທັງຫ໋າຍ ແມ່ນນາຍຊ່າງທີ່ເກັ່ງຂອງອູ່ສ້ອມແປງລົດໂອໂຕທີ່ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ, ອາຊີບນີ້ມີລາຍຮັບດີ. ອ້າຍຫ໋າຍ ມັກອາຊີບນີ້ຍ້ອນວ່າໄດ້ນຳມາໃຫ້ອ້າຍຊີວິດການເປັນຢູ່ມີອັນກິນອັນຢູ່ຢ່າງພຽງພໍ ແລະຄວາມຜາສຸກ.

ຕາມກົມຄຸ້ມຄອງແຮງງານຕ່າງປະເທດ, ກະຊວງແຮງງານ-ທະຫານເສຍອົງຄະ ແລະສັງຄົມຫວຽດນາມ ແລ້ວ, ປະຈຸບັນ, ຕະຫຼາດລາວ ພວມມີຄວາມຕ້ອງການຫຼາຍສຳລັບຂະແໜງເຕັກນິກ, ວິສະວະກອນກິດຈະການ ແລະຜູ້ຄຸ້ມຄອງການກໍ່ສ້າງ. ຜູ້ອອກແຮງງານເຮັດວຽກຢູ່ບັນດາກຸ່ມອາຊີບນີ້ມີລາຍຮັບສະເລ່ຍຈາກ 700-1.000 ໂດລາສະຫະລັດ/ຄົນ/ເດືອນ.

ຕາມທ່ານ ກາວດິ່ງແຫ້ງ, ປະທານສະມາຄົມຫວຽດນາມ ແຂວງຈໍາປາສັກ ແລ້ວ, ໃນປະຈຸບັນ, ຢູ່ ລາວ ມີຊາວຫວຽດນາມ ພວມທໍາມາຫາກິນ, ດໍາລົງຊີວິດຢູ່ແຂວງນີ້ກວ່າ 4.500 ຄົນ. ນີ້ແມ່ນປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດໃຫຍ່ທີ່ສຸດຢູ່ແຂວງຈໍາປາສັກ. ສ່ວນຫຼາຍຄົນຫວຽດນາມ ຢູ່ທີ່ນີ້ທໍາມາຫາກິນແມ່ນຈະເລີນທີ່ສຸດ, ຕົ້ນຕໍແມ່ນດໍາເນີນທຸລະກິດ, ຄ້າຂາຍ ແລະບໍລິການຕ່າງໆຄື: ສ້ອມແປງເຄື່ອງໄຟຟ້າ, ກົນຈັກ... ຜູ້ອອກແຮງງານຫວຽດນາມ ລ້ວນແຕ່ມີລະດັບ, ມີສີມືແຮງງານສູງກວ່າ, ສະນັ້ນຊີວິດການເປັນຢູ່ຂອງເຂົາເຈົ້າຢູ່ທີ່ນີ້ຈຶ່ງເປັນປົກກະດີ.

ຫວ່າງແລ້ວນີ້, ກະຊວງແຮງງານ-ທະຫານເສຍອົງຄະ ແລະສັງຄົມຫວຽດນາມ ແລະກະຊວງແຮງງານ ແລະສະຫວັດດີການສັງຄົມລາວ ໄດ້ມີຄວາມເຫັນດີເປັນເອກະພາບກ່ຽວກັບມາດຕະການຈໍານວນໜຶ່ງເພື່ອຊຸກຍູ້ການພົວພັນດ້ານແຮງງານສອງຝ່າຍຢ່າງຮອບດ້ານ ແລະຍົກສູງປະສິດທິຜົນຂອງບັນດາໂຄງການທີ່ກ່ຽວຂ້ອງເຖິງຜູ້ອອກແຮງງານ.

ຕາມນັ້ນແລ້ວ, ສອງຝ່າຍກໍ່ໄດ້ສະເໜີພິຈາລະນາເລື່ອງຍູ້ແຮງການສ້າງຕັ້ງບັນດາບໍລິສັດສະໜອງແຮງງານ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຕົວຈິງຢູ່ທ້ອງຖິ່ນ... ດ້ວຍບັນດາປັດໄຈພາວະວິໄສ ແລະອັດຕະວິໄສຄືດັ່ງກ່າວ, ອາດເຫັນໄດ້ວ່າ, ຕະຫຼາດແຮງງານຢູ່ ລາວ ພວມຟົດຟື້ນທີ່ສຸດ, ແມ່ນຈຸດນັດພົບທີ່ເໝາະສົມໃຫ້ແກ່ຜູ້ອອກແຮງງານຫວຽດນາມ ໄປປະຕິບັດງານ ແລະເຮັດວຽກຢູ່ລາວ.

ໂດຍ: ໄຊນີດາ