ບັນດາບົດປະກອບຄໍາເຫັນທີ່ການໂອ້ລົມສົນທະນາ ໄດ້ຍົກອອກບັນດາຫຼັກຖານວິທະຍາສາດ, ປະຫວັດສາດ ແລະພຶດຕິກໍາຕົວຈິງ, ສືບຕໍ່ຢັ້ງຢືນບັນດາຄຸນຄ່າດ້ານແນວຄິດ, ທັດສະນະ ແລະຄໍາຊີ້ນໍາ, ສັ່ງສອນຂອງປະທານໂຮ່ຈິມິນ, ເຖິງແນວນັ້ນກໍ່ຄາມ, ລຸ້ນນັກຂ່າວນັກຮົບໃນປັດຈຸບັນ ຍາມໃດກໍຝຶກຝົນຫຼໍ່ຫຼອມຄຸນສົມບັດປະຕິວັດ ແລະວິຊາສະເພາະ ຕາມແບບຢ່າງຂອງປະທານໂຮ່ຈິມິນ...

leftcenterrightdel
ບັນຍາກາດທີ່ການໂອ້ລົມສົນທະນາ. ພາບ: ຈ້ອງຫາຍ. 

ການໂອ້ລົມສົນທະນາກໍໄດ້ຊີ້ແຈ້ງ ແລະເຮັດແຈ້ງບັນດາຄຸນນະທາດອັນສູງສົ່ງຂອງນັກຂ່າວປະຕິວັດໂຮ່ຈິມິນ ກ່ຽວກັບວິທີການ, ແບບວິທີ, ບົດຮຽນ, ຈັນຍະບັນ, ແບບວິທີເຮັດຂ່າວ...; ຄຸນຄ່າ ແລະຄວາມໝາຍອັນໃຫຍ່ຫຼວງສໍາລັບພາລະກິດສື່ມວນຊົນ ແລະພາລະກິດປະຕິວັດຫວຽດນາມ; ພ້ອມທັງຢັ້ງຢືນບັນດາໝາກຜົນການຮໍ່າຮຽນ ແລະປະຕິບັດຕາມແນວຄິດ,  ຄຸນສົມບັດ, ແບບແຜນການດໍາລົງຊີວິດຂອງປະທານໂຮ່ຈິມິນ ຂອງຖັນແຖວນັກຂ່າວໃນກອງທັບ; ສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມຂອງນັກຂ່າວນັກຮົບໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດ, ກໍ່ສ້າງກອງທັບ, ປັບປຸງການປ້ອງກັນຊາດ...

ໂດຍ: ໄຊຊະນະ