ທີ່ກອງປະຊຸມໃຫຍ່, ບັນດາຜູ້ແທນໄດ້ຮັບຟັງການລາຍງານສະຫຼຸບວຽກງານອາຍຸການ 2013-2019 ແລະທິດທາງ, ໜ້າທີ່ຈຸດສຸມວຽກງານອາຍຸການປີ 2019-2024 ຂອງສະມາຄົມມິດຕະພາບຫວຽດນາມ-ອີຕາລີ. ໃນອາຍຸການຈະມາເຖິງ, ສະມາຄົມມິດຕະພາບຫວຽດນາມ-ອີຕາລີ ຈະສືບຕໍ່ປ່ຽນແປງທິດທາງໃໝ່ໃນການຊີ້ນໍາ, ນໍາພາວຽກງານ ແລະການເຄື່ອນໄຫວຂອງສະມາຄົມ; ພັດທະນາສະມາຄົມຕາມທິດສຸມໃສ່ເຂົ້າໃນບັນດາຂົງເຂດບຸລິມະສິດໃນການພົວພັນສອງປະເທດ; ເປີດກວ້າງເຄືອຂ່າຍເພື່ອນມິດ, ຄູ່ຮ່ວມມືຢູ່ ອີຕາລີ ເພື່ອແນໃສ່ຊຸກຍູ້ການຮ່ວມມືປະຊາຊົນລະຫວ່າງສອງປະເທດ.

leftcenterrightdel
ບັນຍາກາດທີ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ V, ອາຍຸການ 2019-2024. ພາບ: TV.

ກອງປະຊຸມໃຫຍ່ໄດ້ເລືອກຕັ້ງຄະນະບໍລິຫານງານ ຊຸດໃໝ່ລວມມີສະມາຊິກ 32 ຄົນ. ທ່ານຮຈ.ປອ ບຸ່ຍເຍິດກວາງ, ຮອງປະທານສະພາມະຫາບັນດິດວິທະຍາສາດສັງຄົມຫວຽດນາມ ໄດ້ຮັບເລືອກຕັ້ງເປັນປະທານສະມາຄົມມິດຕະພາບຫວຽດນາມ-ອີຕາລີ ອາຍຸການ 2019-2024.

ກ່າວຄໍາເຫັນທີ່ກອງປະຊຸມໃຫຍ່, ທ່ານນາງ ຫງວຽນເຟືອງງາ ປະທານ VUFO ກ່າວວ່າ, ບັນດາທິດທາງ ແລະໜ້າທີ່ ເຊິ່ງກອງປະຊຸມວາງອອກນັ້ນໄດ້ຕິດແທດກັບແຜນນະໂຍບາຍ, ແນວທາງກ່ຽວກັບການພົວພັນຕ່າງປະເທດໃນສະພາບການໃໝ່; ເຊື່ອໝັ້ນວ່າ, ດ້ວຍການນໍາພາຂອງຄະນະບໍລິຫານງານ ຊຸດໃໝ່, ໃນໄລຍະຈະມາເຖິງ, ສະມາຄົມມິດຕະພາບຫວຽດນາມ-ອີຕາລີ ຈະບັນລຸໄດ້ບັນດາຜົນງານໃໝ່, ປະກອບສ່ວນເຂົ້າໃນການເພີ່ມທະວີ, ຊຸກຍູ້ການພົວພັນມິດຕະພາບຫວຽດນາມ-ອີຕາລີ.

 

ໂດຍ: ໄຊນີດາ