ບົດລາຍງານຂອງລັດຖະບານທີ່ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດລາວ ຊຸດທີ VIII ທີ່ພວມດໍາເນີນຢູ່ນະຄອນຫຼວງວຽງຈັນ ໄດ້ສະແດງໃຫ້ເຫັນວ່າ, ເລື່ອງດຶງດູດເງິນລົງທຶນເຂົ້າບັນດາໂຄງການຢູ່ ລາວ ພວມບັນລຸໄດ້ປະສິດທິຜົນສູງ, ໃນນັ້ນໄດ້ດຶງດູດແຫຼ່ງເງິນລົງທຶນຫຼາຍທີ່ສຸດແມ່ນຈາກພາກເອກະຊົນທີ່ຢູ່ພາຍໃນ ແລະຕ່າງປະເທດ.

leftcenterrightdel
ລາວ ສືບຕໍ່ດຶງດູດຫຼາຍໂຄງການລົງທຶນເຂົ້າປະເທດນີ້. ພາບ: ຊວນເຊີນ.

ດຶງດູດໄດ້ຫຼາຍໂຄງການ ແລະແຫຼ່ງເງິນລົງທຶນ, ເຖິງຢ່າງໃດກໍ່ຕາມ, ຊ່ຽວຊານບາງທ່ານຖືວ່າ, ພື້ນຖານເສດຖະກິດຂອງລາວ ປີນີ້ອາດຈະພັດທະນາບໍ່ໄດ້ຕາມຄວາມຫວັງຍ້ອນການປະກອບສ່ວນຂອງຂະແໜງພະລັງງານ ແລະຂຸດຄົ້ນບໍ່ແຮ່ຫຼຸດລົງ, ໃນຂະນະນັ້ນ, ຂະແໜງກະສິກຳຖືກຜົນກະທົບຢ່າງໜັກໜ່ວງຈາກໄພພິບັດທາງທໍາມະຊາດ.  ແຕ່ສຳລັບຂົງເຂດການບໍລິການໃນປີນີ້ຄາດວ່າຈະມີການພັດທະນາເປັນຢ່າງດີຍ້ອນລະດັບການເຊື່ອມໂຍງສູງ, ແຂກທ່ອງທ່ຽວຕ່າງປະເທດໄປທ່ຽວຢູ່ ລາວ ເປັນຈໍານວນຫຼວງຫຼາຍ.

ເຖິງວ່າເສດຖະກິດຂອງລາວ ຄາດວ່າປີນີ້ຈະຂະຫຍາຍຕົວຢູ່ໃນລະດັບ 6,5 ເຖິງ 6,7%, ເຊິ່ງຖືວ່າຕໍ່າກວ່າເມື່ອທຽບໃສ່ກັບຫຼາຍປີມໍ່ໆມານີ້, ເຖິງຢ່າງໃດກໍ່ຕາມ, ນີ້ຍັງໄດ້ຮັບຖືວ່າແມ່ນລະດັບການເຕີບໂຕສູງເມື່ອທຽບໃສ່ກັບປະເທດຕ່າງໆຢູ່ພາກພື້ນ.

ໂດຍ: ກວຽດເຕິມ