ທົ່ວແຂວງເທື່ອທຽນ-ເຫວ້ ປະຈຸບັນກໍາລັງຄຸ້ມຄອງສໍາເນົາເປົ້າໝາຍນະໂຍບາຍ ແລະຜູ້ທີ່ມີຄຸນງາມຄວາມດີກວ່າ 110.000 ສະບັບ; ໃນນັ້ນມີທະຫານເສຍສະຫຼະຊີວິດເພື່ອຊາດເກືອບ 19.000 ຄົນ, ທະຫານເສຍອົງຄະ, ທະຫານເຈັບປ່ວຍເກືອບ 13.000 ຄົນ…

leftcenterrightdel
ທ່ານພົນຕີ ໂດ໊ກັນ ມອບຂອງຂວັນໃຫ້ຜູ້ແທນທີ່ມີຄຸນງາມຄວາມດີແຂວງເທື່ອທຽນ-ເຫວ້. ພາບ: qdnd.vn.

ກ່າວຄໍາເຫັນທີ່ການພົບປະ, ທ່ານພົນຕີ ໂດ໊ກັນ ແຈ້ງໃຫ້ຄະນະຜູ້ແທນຮັບຊາບບາງເນື້ອໃນການເຄື່ອນໄຫວຂອງທົ່ວກອງທັບ, ພ້ອມທັງຢັ້ງຢືນວ່າ, ໃນຊຸມປີຜ່ານມາ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ຍາມໃດກໍ່ຕັ້ງໜ້າ, ເປັນເຈົ້າການໃນການເປັນເສນາທິການໃຫ້ພັກ, ລັດ ປະກາດໃຊ້ ແລະຜັນຂະຫຍາຍການປະຕິບັດບັນດານະໂຍບາຍທີ່ກ່ຽວຂ້ອງເຖິງກອງທັບ ແລະແນວຫຼັງກອງທັບ; ນະໂຍບາຍຕໍ່ກັບຜູ້ທີ່ມີຄຸນງາມຄວາມດີ; ເອົາໃຈໃສ່ຊີ້ນໍາ, ນໍາພາການປະຕິບັດຂະບວນການ “ຕອບບຸນແທນຄຸນ” ເປັນຢ່າງດີ. ດ້ວຍບັນດາການເຮັດວຽກທີ່ລະອຽດ, ແທດຈິງ, ກອງທັບ ໄດ້ ແລະກໍາລັງປະກອບສ່ວນພ້ອມກັບທົ່ວພັກ, ທົ່ວປວງຊົນເອົາໃຈໃສ່ເບິ່ງແຍງດູແລການດໍາລົງຊີວິດທາງດ້ານວັດຖຸ ແລະຈິດໃຈຂອງບັນດາເປົ້າໝາຍນະໂຍບາຍ ແລະຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດໃຫ້ນັບມື້ນັບດີກວ່າ, ພ້ອມທັງຫວັງວ່າບັນດາຜູ້ແທນຈະສືບຕໍ່ເສີມຂະຫຍາຍມູນເຊື້ອ, ຕັ້ງໜ້າປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແລະສ້າງຮາກຖານການເມືອງຢູ່ຂັ້ນທ້ອງຖິ່ນໃຫ້ມີຄວາມເຂັ້ມແຂງ…

ໂດຍ: ຈາງຫງວຽນ