leftcenterrightdel
ທ່ານພົນຈັດຕະວາ ຟ້າມວັນຮ໊ວນ, ຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນຫວຽດນາມ ກ່າວຄໍາເຫັນທີ່ພິທີ. ພາບ:qdnd.vn.

ກ່າວຄໍາເຫັນທີ່ພິທີ, ທ່ານພົນຈັດຕະວາ ຟ້າມວັນຮ໊ວນ, ຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນຫວຽດນາມ ຊີ້ແຈ້ງວ່າ:  ວັນທີ 19 ພຶດສະພາ ປະຈໍາປີ ແມ່ນວັນຄ້າຍວັນເກີດຂອງລຸງໂຮ່ ກໍ່ແມ່ນວັນທີ່ເປັນຂີດໝາຍຂອງບັນດາເຫດການສໍາຄັນໃນການພັດທະນາຂອງໜັງສືພິມກອງທັບປະຊາຊົນຫວຽດນາມ. ວັນທີ 19 ພຶດສະພາ 2019,  ສະເຫຼີມສະຫຼອງ 129 ປີ ແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ, ໜັງສືພິມກອງທັບປະຊາຊົນຫວຽດນາມ ໄດ້ຜັນຂະຫຍາຍການປະຕິບັດຕາມຮູບແບບເປັນອົງການສື່ມວນຊົນຫຼາຍຮູບຫຼາຍແບບຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນປະເທດຢ່າງເປັນທາງການ. ນີ້ແມ່ນເຫດການສໍາຄັນ, ເປັນຂີດໝາຍບາດກ້າວພັດທະນາໃໝ່ທີ່ມີລັກສະນະຮອບດ້ານຂອງໜັງສືພິມກອງທັບປະຊາຊົນຫວຽດນາມ. ເລື່ອງກາຍເປັນອົງການສື່ມວນຊົນຫຼາຍຮູບຫຼາຍແບບໄດ້ເປີດກາລະໂອກາດໃຫຍ່ໃຫ້ແກ່ບັນດາຜູ້ທີ່ເຮັດຂ່າວຂອງໜັງສືພິມກອງທັບປະຊາຊົນຫວຽດນາມ ໃນການປະຕິບັດວຽກງານໂຄສະນາ, ການເຄື່ອນໄຫວສື່ສານ, ໂຄສະນາເຜີຍແຜ່ຮູບພາບຂອງໜັງສືພິມກອງທັບປະຊາຊົນຫວຽດນາມ, ດໍາເນີນບັນດາການເຄື່ອນໄຫວທາງສັງຄົມຢ່າງມີປະສິດທິຜົນ.

leftcenterrightdel
ບັນດາຜູ້ແທນກົດປຸ່ມເປີດສະຫຼອງລາຍການ Video – Audio ຂອງໜັງສືພິມກອງທັບປະຊາຊົນຫວຽດນາມ ຢ່າງເປັນທາງການ. ພາບ:qdnd.vn.

ເປົ້າໝາຍຂອງແຜນຮ່າງແມ່ນເພື່ອແນໃສ່ຍົກສູງຄຸນນະພາບ, ປະສິດທິຜົນ, ຫັນການໂຄສະນາເປັນຫຼາຍຮູບຫຼາຍແບບເພື່ອໃຫ້ໜັງສືພິມກອງທັບປະຊາຊົນຫວຽດນາມ ຮັກສາທີ່ຕັ້ງ, ບົດບາດເປັນໜຶ່ງໃນບັນດາໜັງສືພິມການເມືອງແຖວໜ້າຂອງປະເທດຊາດ ໄວ້ຢ່າງໝັ້ນຄົງ, ແມ່ນພາຫະນະສື່ສານ, ເຄື່ອງມືໂຄສະນາ, ແມ່ນອາວຸດທາງດ້ານແນວຄິດທີ່ສໍາຄັນຂອງພັກ, ລັດ; ແມ່ນອົງການຂອງຄະນະພັກການທະຫານສູນກາງ ແລະກະຊວງປ້ອງກັນປະເທດ - ກະບອກສຽງຂອງກໍາລັງປະກອບອາວຸດ ແລະປະຊາຊົນຫວຽດນາມ.  ການພັດທະນາໜັງສືພິມກອງທັບປະຊາຊົນຫວຽດນາມ ຕາມຮູບແບບເປັນອົງການສື່ມວນຊົນຫຼາຍຮູບຫຼາຍແບບ, ທັນສະໄໝ, ເໝາະສົມກັບທ່າອ່ຽງພັດທະນາວິທະຍາສາດເຕັກໂນໂລຢີ ແລະຂໍ້ມູນຂ່າວສານ,  ການສ່ືສານຂອງໂລກ, ຈາກນັ້ນເສີມຂະຫຍາຍທ່າແຮງຂອງໜັງສືພິມກອງທັບປະຊາຊົນຫວຽດນາມ ໃນການເປັນເຈົ້າການສະໜອງຂໍ້ມູນທາງການ, ກໍານົດທິດຫາງສຽງສັງຄົມ. ແຜນຮ່າງກໍ່ເນັ້ນໜັກເຖິງຄວາມຮຽກຮ້ອງຍົກສູງຄຸນນະພາບຖັນແຖວບັນດາຜູ້ເຮັດຂ່າວ, ເປັນຕົ້ນແມ່ນຄວາມສາມາດເຮັດຂ່າວຫຼາຍຮູບຫຼາຍບບ, ເພີ່ມທະວີພື້ນຖານດ້ານວັດຖຸ, ເຕັກນິກຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການເຮັດຂ່າວຫຼາຍຮູບຫຼາຍແບບ.

ໂດຍ: ທູຈາງ