leftcenterrightdel
ພາບປະກອບຈາກ: soha.vn.

ກ່າວຄຳເຫັນທີ່ການປະຊຸມຂ່າວກັບນາຍົກລັດຖະມົນຕີປະເທດເຈົ້າພາບ Jacida Ardern ຢູ່ນະຄອນ Auckland, ທ່ານ Antonio Guterres ໄດ້ຢືນຢັນຢ່າງຈະແຈ້ງວ່າ: ໂລກພວມກ້າວເດີນຢ່າງເຂວທິດເປົ້າໝາຍທີ່ໄດ້ກຳນົດໃນສັນຍາປາຣີ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ເພື່ອແນໃສ່ຈຳກັດລະດັບການເພີ່ມອູນຫະພູມທົ່ວໂລກໃນລະດັບຕຳກ່ວາ 1,5 ອົງສາເຊ ເມື່ອທຽບກັບໄລຍະຕົ້ນອຸດສາຫະກຳ. ສ່ວນນາຍົກລັດຖະມົນຕີ Jacida Ardern ຖືວ່າການປ່ຽນແປງຂອງດິນຟ້າອາກາດແມ່ນການທ້າທາຍໃຫຍ່ຫຼວງທີ່ສຸດ ຊື່ງປະຊາຄົມໂລກພວມຕ້ອງປະເຊີນໜ້າ.

ແຫຼ່ງຄັດຈາກ: vovworld.vn