ກ່າວຄໍາເຫັນທີ່ກອງປະຊຸມຂ່າວ, ທ່ານນາງ Youn Jung Park, ຜູ້ອໍານວຍການສູນຮ່ວມມືພັດທະນາເຕັກໂນໂລຢີຂໍ້ມູນຂ່າວສານ ສ.ເກົາຫຼີ ຢູ່ຮ່າໂນ້ຍ, ອົງການສົ່ງເສີມອຸດສາຫະກໍາເຕັກໂນໂລຢີຂໍ້ມູນຂ່າວສານ ສ.ເກົາຫຼີ (NIPA) ໃຫ້ຮູ້ວ່າ, K-Startup Grand Challenge ແມ່ນລາຍການປະຈໍາປີ ໂດຍລັດຖະບານ ສ.ເກົາຫຼີ ຈັດຕັ້ງມາແຕ່ປີ 2016 ດ້ວຍຈຸດປະສົງແມ່ນສ້າງລະບົບຊີວະພາບເປີດ, ຊ່ວຍເຫຼືອບັນດາ Start-up ເປີດກວ້າງຕະຫຼາດຢູ່ບັນດາປະເທດອາຊີ ຜ່ານການນໍາໃຊ້ຕະຫຼາດ ສ. ເກົາຫຼີ ເປັນບາດກ້າວປູທາງ. 

leftcenterrightdel
ທ່ານນາງ Youn Jung Park ແລະບັນດາຜູ້ແທນທີ່ກອງປະຊຸມຂ່າວ. ພາບ: qdnd.vn.

K-Startup Grand Challenge 2019 ໄດ້ຄັດເລືອກເອົາ ຫວຽດນາມ ແມ່ນໜຶ່ງບັນດາສະຖານທີ່ຕົ້ນຕໍເພື່ອຈັດຕັ້ງການແຂ່ງຂັນຮອບຄັດເລືອກໃນພາກພື້ນປີນີ້. ຕາມນັ້ນ, ຮອບຄັດເລືອກ ຈະຈັດຕັ້ງຢູ່ນະຄອນຫຼວງຮ່າໂນ້ຍ ແລະນະຄອນໂຮ່ຈີມິນ ໃນເດືອນກໍລະກົດ ປີ 2019 ເພື່ອຄັດເລືອກເອົາບັນດາ Start-up ຫວຽດນາມ ທີ່ມີຄວາມສາມາດບົ່ມຊ້ອນໄປເຂົ້າຮ່ວມຮອບຊີງຊະນະເລີດຢູ່ ສ.ເກົາຫຼີ. ບັນດາ Start-up ໃນບັນດາຂົງເຂດຕ່າງໆລ້ວນແຕ່ມີກາລະໂອກາດເຂົ້າຮ່ວມລາຍການນີ້.

ກໍ່ທີ່ກອງປະຊຸມຂ່າວ, ຜູ້ຕາງໜ້າຂອງ NIPA ໄດ້ແບ່ງປັນວ່າ ຫວຽດນາມ ແມ່ນປະເທດທີ່ໄດ້ຮັບການຕີລາຄາສູງກ່ຽວກັບຂະບວນການເລີ່ມທຸລະກິດ, ດ້ວຍປະຊາຄົມບັນດາ Start-up ທີ່ໜຸ່ມແໜ້ນ, ຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງຫຼາຍຢ່າງ. ນີ້ແມ່ນເຫດຜົນທີ່ NIPA ຄັດເລືອກເອົາປະເທດຫວຽດນາມ ແມ່ນບ່ອນຈັດຕັ້ງຮອບຄັດເລືອກ K-Startup Grand Challenge 2019 ໃນພາກພື້ນ.

ໂດຍ: ຈາງຫງວຽນ