ເພື່ອປະຊາຊົນເຮັດຈົນສຸດຄວາມສາມາດຂອງຕົນ

ຮ່ວມເດີນທາງພ້ອມກັບຄະນະປະຕິບັດງານຂອງກົມໃຫຍ່ການເມືອງ, ໂດຍທ່ານພົນໂທ ຫງວຽນຈ້ອງເຫງຍ, ກໍາມະການສູນກາງພັກ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ເປັນຫົວໜ້າຄະນະ, ໄດ້ໄປຢ້ຽມຢາມ ແລະມອບຂອງຂວັນໃຫ້ແກ່ທະຫານ ແລະປະຊາຊົນເຈື່ອງຊາ, ຮ້ານເວນຍານ DK1 ໃນຊຸມວັນຕົ້ນເດືອນ ເມສາ, ພວກຂ້າພະເຈົ້າໄດ້ຈົດຈໍາເລື່ອງທີ່ສະເທືອນໃຈໄວ້ຫຼາຍເລື່ອງກ່ຽວກັບຈິດໃຈທີ່ສະໜິດຕິດພັນກັບເລືອດເນື້ອເຊື້ອໄຂລະຫວ່າງທະຫານເຮືອກັບຊາວປະມົງ.

leftcenterrightdel
ທ່ານພົນໂທ ຫງວຽນຈ້ອງເຫງຍ ມອບຂອງຂວັນໃຫ້ແກ່ນ້ອງນັກຮຽນຢູ່ເກາະຊິງໂຕ່ນ. ພາບ: qdnd.vn.

ທີ່ບ່ອນທອດສະມໍຂອງເຮືອຫາປາໝາຍເລກ KH-99649 TS, ໂດຍອ້າຍ ຟານຮວານ, ຢູ່ເມືອງນິງທຸ໋ຍ (ນິງຮວ່າ, ແຄ໊ງຮວ່າ) ເປັນເຈົ້າຂອງ, ເຊິ່ງແມ່ນລຳທີ່ສົ່ງຄະນະປະຕິບັດງານອອກໄປຢ້ຽມຢາມທີ່ຫາກໍຈອດ, ອ້າຍ ຮວານ ໄດ້ລໍຖ້າຢູ່ນີ້ກ່ອນແລ້ວ, ຮີບຟ້າວຈັບເອົາເຊືອກທີ່ທະຫານໂຍນມາໃຫ້, ມັດໃສ່ເຮືອໃຫ້ແໜ້ນແລ້ວຟ້າວທັກທາຍກັບແຂກ. “ສະບາຍດີພວກອ້າຍ! ທະຫານມາຢ້ຽມຢາມຂ້າພະເຈົ້າດີໃຈຫຼາຍ”. ໃນເລື່ອງທີ່ໄດ້ເລົ່າ, ອ້າຍ ຮວານ ໃຫ້ຮູ້ວ່າ, ຈາກນີ້ບໍ່ດົນ, ນ້ອງຊາຍຂອງອ້າຍຊື່ວ່າ ຟານຢວານ ພວມເຮັດວຽກຢູ່ ບັງເອີນລາວເປັນລົມ, ໂຊກດີຫຼາຍທີ່ໄດ້ທ່ານໝໍເສນາຮັກເກາະ ດ໊າເລີ໊ນ B, ກອງພົນ 146, ທະຫານເຮືອເຂດ 4 ໄດ້ທຳການສຸກເສີນ ແລະໃສ່ເຮືອບິນເຮລີກອບແຕໄປປິ່ນປົວຢູ່ເຂດດິນຕໍ່ແຜ່ນໄດ້ຢ່າງທັນການ.

ໂດຍໄດ້ເຫັນປະຈັກຕາຈິດໃຈທະຫານ ແລະປະຊາຊົນທີ່ເຕັມໄປດ້ວຍຄວາມອົບອຸ່ນ, ທ່ານພົນໂທ ຫງວຽນຈ້ອງເຫງຍ ໄດ້ປຸກລະດົມກໍາລັງໃຈ, ສົ່ງເສີມຊາວປະມົງມີຄວາມອຸ່ນອ່ຽນໃຈອອກໄປຫາປາໄກຝັ່ງ, ປະກອບສ່ວນປົກປັກຮັກສາອະທິິປະໄຕທະເລ, ໝູ່ເກາະໄວ້ໃຫ້ໝັ້ນຄົງ. ທ່ານພົນໂທ ຫງວຽນຈ້ອງເຫງຍ ຢັ້ງຢືນວ່າ: ພັກ, ລັດ, ກອງທັບ, ໂດຍກົງແມ່ນທະຫານເຮືອທີ່ປະຕິບັດໜ້າທີ່ຢູ່ເກາະຕ່າງໆຍາມໃດກໍຄຽງບ່າຄຽງໄຫຼ່, ໜູນຊ່ວຍຊາວປະມົງ. ພ້ອມກັນນັ້ນ, ເພື່ອຊ່ວຍເຫຼືອທະຫານປະຕິບັດສໍາເລັດໜ້າທີ່, ທ່ານຫວັງວ່າຈະໄດ້ຮັບການຊ່ວຍເຫຼືອຈາກຊາວປະມົງ, ໃນນັ້ນພິເສດຍາມໃດກໍຊາບຊຶມ, ຮໍ່າຮຽນ, ຄົ້ນຄວ້າກໍາແໜ້ນບັນດາແຜນນະໂຍບາຍ, ນະໂຍບາຍຂອງພັກ, ລັດ ກ່ຽວກັບທະເລ, ໝູ່ເກາະ; ປະຕິບັດກົດໝາຍຂອງ ຫວຽດນາມ ກໍຄືສາກົນຢ່າງເຂັ້ມງວດເມື່ອຂຸດຄົ້ນສິນໃນນໍ້າຢູ່ທະເລ...

ຊ່ວຍປະຊາຊົນມີຄວາມອຸ່ນອ່ຽນໃຈອອກໄປຫາປາໄກຝັ່ງ

ທະຫານຢູ່ເຈື່ອງຊາ ບໍ່ພຽງແຕ່ໜູນຊ່ວຍຊາວປະມົງຂຸດຄົ້ນສິນໃນນໍ້າເທົ່ານັ້ນ, ຫາກຍັງສະຫງວນບ່ອນຢູ່ຂອງຕົນສ່ວນໜຶ່ງເປັນບ່ອນຢູ່ທີ່ປອດໄພໃຫ້ແກ່ຊາວປະມົງເມື່ອປະສົບກັບຄວາມຫຍຸ້ງຍາກຢູ່ທະເລ. ອ້າຍ ຫງວຽນວັນຕຸຍ, ກັບຕັນເຮືອໝາຍເລກ PY 90181 TS, ຢູ່ເມືອງຝູດົງ (ຕູຍຮວ່າ, ຝູອຽນ) ແມ່ນໜຶ່ງໃນຊາວປະມົງຫຼາຍຮ້ອຍຄົນ ເຊິ່ງໄດ້ພະນັກງານ, ພາລະກອນສູນພະລາທິການ-ເຕັກນິກ ເກາະຊິງໂຕ່ນ, ກອງພົນ 146 ແນະນຳໃຫ້ເຂົ້າທອດສະມໍ ເພື່ອລົບລີ້ພາຍຸໃນເດືອນ ສິງຫາ 2018. ໃນໄລຍະນັ້ນ, ອ້າຍໄດ້ທະຫານເຮືອຮັກສາສຸຂະພາບ ແລະໜູນຊ່ວຍບັນດາເງື່ອນໄຂຮັບໃຊ້ຊີວິດການເປັນຢູ່ຢ່າງສຸດໃຈ.

leftcenterrightdel
ທ່ານພົນໂທ ຫງວຽນຈ້ອງເຫງຍ ຢ້ຽມຢາມຖາມຂ່າວ, ມອບຂອງຂວັນໃຫ້ຄອບຄົວປະສົບກັບຄວາມຫຍຸ້ງຍາກຢູ່ເກາະເຈື່ອງຊາ. ພາບ: qdnd.vn.

ພົບປະກັບພວກຂ້າພະເຈົ້າໃນຄັ້ງກັບມາຢ້ຽມຢາມເກາະຊິງໂຕ່ນ ຫວ່າງແລ້ວນີ້, ອ້າຍ ຕຸຍ ໄດ້ແບ່ງປັນວ່າ: “ຖ້າວ່າບໍ່ມີເຂື່ອນກັນຢູ່ເກາະຊິງໂຕ່ນ, ບໍ່ມີທະຫານເກາະ, ແຕ່ລະເທື່ອເມື່ອມີພາຍຸລົມແຮງ, ຢູ່ທ່າມກາງທະເລທີ່ກວ້າງໃຫຍ່ໄພສານ, ປະຊາຊົນພວກຂ້າພະເຈົ້າກໍບໍ່ຮູ້ວ່າຈະເຮັດຈັ່ງໃດ!  ຢູ່ທີ່ນີ້, ເຮືອຂອງພວກຂ້າພະເຈົ້າໄດ້ທອດສະມໍຢ່າງປອດໄພ, ພັດຍັງໄດ້ຮັບການໜູນຊ່ວຍສະບຽງອາຫານ, ນໍ້າດື່ມຈາກທະຫານຕື່ມອີກ, ສະນັ້ນພວກຂ້າພະເຈົ້າມີຄວາມອຸ່ນອ່ຽງໃຈທີ່ສຸດ”.

ຕາມທ່ານພົນຈັດຕະວາ  ຟ້າມວັນວືງ, ເລຂາຄະນະພັກ, ຫົວໜ້າການເມືອງເຫຼົ່າທັບເຮືອ ໃຫ້ຮູ້ວ່າ, ໄປຄຽງຄູ່ກັບໜ້າທີ່ຝຶກອົບຮົມ, ກຽມພ້ອມສູ້ຮົບ, ໃນຫຼາຍປີມານີ້, ພະນັກງານ, ທະຫານເຮືອຫວຽດນາມ ຍາມໃດກໍເຮັດວຽກງານກູ້ຊີບ, ກູູ້ໄພ, ຕັ້ງໜ້າຊ່ວຍເຫຼືອຊາວປະມົງ ແລະບັນດາເປົ້າໝາຍອື່ນທີ່ຖືກອຸບັດເຫດຢູ່ເຂດທະເລທີ່ຢູ່ໃນການຄຸ້ມຄອງຂອງຕົນເປັນຢ່າງດີ. ແຕ່ປີ 2018 ມາຮອດປະຈຸບັນ, ສະເພາະເກາະເຈື່ອງຊາ ໄດ້ແກ້ໄຂສຸກເສີນສໍາເລັດ 29 ກໍລະນີ; ກວດພະຍາດ, ໃຫ້ຄໍາປຶກສາດ້ານສຸຂະພາບ, ແຈກຢາຍຢຸກຢາໂດຍບໍ່ເສຍຄ່າໃຫ້ປະຊາຊົນກວ່າ 150 ເທື່ອຄົນ; ແນະນໍາໃຫ້ເຮືອຫາປາ 23 ລໍາ/344 ຊາວປະມົງລົບລີ້ພາຍຸຢ່າງປອດໄພ...

 

ໂດຍ: ໄຊນີດາ