leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມລະດູບານໃໝ່ຂອງ  IMF ແລະ WB. ພາບ:ສໍານັກຂ່າວສານຫວຽດນາມ.

ວັນທີ 14 ເມສາ, ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວໃນຂອບເຂດກອງປະຊຸມລະດູບານໃໝ່ຂອງກອງທຶນເງິນຕາສາກົນ (IMFC) ແລະທະນາຄານໂລກ (WB) ພວມດຳເນີນຢູ່ວໍຊີງຕັນ, ປະເທດອາເມລິກາ, ທ່ານປະທານ IMFC Lesetja Kganyago ໄດ້ເຕື້ອງເຖິງບັນດາສິ່ງທ້າທາຍທີ່ນາບຂູ່ຕໍ່ພື້ນຖານເສດຖະກິດທົ່ວໂລກ, ໃນນັ້ນມີບັນດາຄວາມເຄັ່ງຕຶງດ້ານການຄ້າ, ຄວາມສ່ຽງດ້ານພູມສາດການເມືອງ ແລະຂາດສະຖຽນລະພາບດ້ານການເມືອງ. ທ່ານປະທານ IMFC Lesetja Kganyago ທັງເປັນຜູ້ວ່າການທະນາຄານສູນກາງອາຟຣິກາໃຕ້ ໃຫ້ຮູ້ວ່າ: IMFC ໄດ້ເຫັນດີເປັນເອກະພາບວ່າຄວນມີການກະທຳໃນທັນທີເພື່ອຮັກສາທ່າເຕີບໂຕຂອງເສດຖະກິດທົ່ວໂລກ.

ແຫຼ່ງຄັດຈາກ: vovworld.vn