ຕົ້ນເດືອນ 5 ຈະມາເຖິງ, ສະຖານີ 5G ທໍາອິດສົ່ງສັນຍານຢ່າງເປັນທາງການ

ຕາມນັ້ນແລ້ວ, ສະຖານີ 5G ທໍາອິດຢູ່ ຫວຽດນາມ ໄດ້ຮັບການຕິດຕັ້ງຢູ່ຫຼັງຄາຂອງສູນ Viettel ທີ່ເມືອງຮວ່ານກ໋ຽມ, ນະຄອນຮ່າໂນ້ຍ. ສະຖານີ 5G ສອງແຫ່ງທີ່ຍັງເຫຼືອຈະຜັນຂະຫຍາຍຢູ່ສໍານັກງານ Viettel Net ເຮືອນເລກທີ 19 ຖະໜົນຢູຍເຕີນ ແລະສໍານັກງານກຸ່ມບໍລິສັດ Viettel, ເຮືອນເລກທີ 1 ຖະໜົນ ເຈີ່ນຮືວຢືກ. ຄາດຄະເນວ່າ, ຕົ້ນເດືອນ 5, ບັນດາສະຖານີນີ້ຈະສົ່ງສັນຍານຢ່າງເປັນທາງການ, ນຳບໍລິການ 5G ມາໃຫ້ ຫວຽດນາມ.

ຂໍ້ມູນຈາກ Viettel ໃຫ້ຮູ້ວ່າ, ຕາມແຜນການ, ໃນເດືອນ ມີຖຸນາ 2019, ສະຖານີ 5G 70 ແຫ່ງຈະຜັນຂະຫຍາຍການທົດລອງສຳເລັດຢູ່ 2 ນະຄອນຮ່າໂນ້ຍ ແລະນະຄອນໂຮ່ຈີມິນ, ເພື່ອແນໃສ່ຕີລາຄາຢ່າງລະອຽດກ່ຽວກັບເຂດປົກຄຸມ, ບໍລິມາດບັນຈຸ, ຄວາມໄວສູງສຸດແນໃສ່ກະກຽມໃຫ້ວຽກງານວາງແຜນກຳນົດ, ອອກແບບເຄືອຂ່າຍອິນເຕີແນັດ 5G ໃນເນື້ອທີ່ກວ້າງຂວາງ.

leftcenterrightdel
ສະຖານີ 5G ທໍາອິດຂອງ ຫວຽດນາມ ໄດ້ຮັບການຕິດຕັ້ງຢູ່ຫຼັງຄາຂອງສູນ Viettel ທີ່ເມືອງຮວ່ານກ໋ຽມ. ພາບ: ວັນຟອງ.

ແລກປ່ຽນກັບນັກຂ່າວໜັງສືພິມກອງທັບປະຊາຊົນເອເລກໂຕນິກ, ທ່ານພັນເອກ ຕ່າວດຶກຖັ໋ງ, ຮອງຜູ້ອໍານວຍການໃຫຍ່ກຸ່ມບໍລິສັດ Viettel ໃຫ້ຮູ້ວ່າ, Viettel ຈະຜັນຂະຫຍາຍທົດລອງບໍລິການ 5G ໃນໄຕມາດ 3 – 2019 ຢູ່ຮ່າໂນ້ຍ ແລະນະຄອນໂຮ່ຈີມິນ. ທ່ານພັນເອກ ຕ່າວດຶກຖັ໋ງ ກໍໃຫ້ຮູ້ວ່າ, ຜົນປະໂຫຍດຂອງ 5G ລວມມີແອບພລິເຄໃຫ້ລະບົບເຕັກໂນໂລຢີໃນການປະຕິວັດອຸດສາຫະກໍາ 4.0, ເພື່ອຮັບໃຊ້ໃຫ້ການເຊື່ອມຕໍ່, ຫັນເປັນອັດຕະໂນມັດ, ສາຍສົ່ງຄວາມໄວສູງ, ແກ້ໄຂຂໍ້ຈຳກັດໃນປະຈຸບັນຂອງບັນດາເຕັກໂນໂລຢີເກົ່າ. Viettel ພວມສົມທົບກັນກັບບັນດາວິສາຫະກິດສະໜອງເພື່ອຄົ້ນຄວ້າ, ຜະລິດເຄື່ອງອຸປະກອນ 5G ເອງ. Viettel ວາງເປົ້າໝາຍເຖິງປີ 2019 ຈະຕິດຕັ້ງສະຖານີສົ່ງສັນຍານ 5G ຈໍາລອງລຸ້ນທີ 1 ສໍາເລັດ, ໃຊ້ທົດລອງເຄືອຂ່າຍອິນເຕີແນັດ 5G ໃນປີ 2020 ແລະກຽມພ້ອມເຮັດບໍລິການຜະລິດຕະພັນໃນປີ 2021.

ທ່ານພັນເອກ ຕ່າວດຶກຖັ໋ງ ແບ່ງປັນວ່າ: “ເຕັກໂນໂລຢີເຄືອຂ່າຍອິນເຕີແນັດ 5G ຈະແມ່ນລູກກະແຈເປີດອອກໂລກອິນເຕີແນັດຂອງທຸກສິ່ງທຸກຢ່າງ. ນອກມີຄວາມໄວສູງກວ່າທົບຫຼາຍເທົ່າເມື່ອທຽບໃສ່ເຕັກໂນໂລຢີເຄືອຂ່າຍອິນເຕີແນັດໃນປະຈຸບັນແລ້ວ, 5G ຍັງຫຼຸດຜ່ອນຄວາມຊັກຊ້າໃນຂົງເຂດສົ່ງຂໍ້ມູນຂ່າວສານໂດຍກົງ. ການພັດທະນາຂອງ 5G ຈະນຳມາເຊິ່ງຄວາມສາມາດສົ່ງຂໍ້ມູນຂ່າວສານມືຖືຄວາມກວ້າງຂອງຊ່ອງດ້ວຍຄວາມໄວສູງທີ່ບໍ່ເຄີຍມີມາກ່ອນໃນປະຫວັດສາດຂອງມະນຸດ”.

5G ແມ່ນກາລະໂອກາດ ເພື່ອໃຫ້ ຫວຽດນາມ ປ່ຽນອັນດັບໃນໂລກ

ທີ່ກອງປະຊຸມອາຊຽນກ່ຽວກັບການພັດທະນາເຄືອຂ່າຍອິນເຕີແນັດມືຖື 5G ທີ່ຫາກໍຈັດຕັ້ງຢູ່ ຫວຽດນາມ, ທ່ານ ຫງວຽນແມ້ງຮູ່ງ ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະການສື່ສານຫວຽດນາມ ຢັ້ງຢືນວ່າ, 5G ແມ່ນກາລະໂອກາດເພື່ອໃຫ້ ຫວຽດນາມ ປ່ຽນອັນດັບຢູ່ໃນໂລກ. ຫວຽດນາມ ຈະຜັນຂະຫຍາຍທົດລອງ 5G ປີ 2019 ແລະເຮັດບໍລິການໃນປີ 2020 ແລະຈະແມ່ນໜຶ່ງໃນບັນດາປະເທດທໍາອິດທີ່ຜັນຂະຫຍາຍ 5G.

ທ່ານ ຫງວຽນແມ້ງຮູ່ງ ໄຈແຍ້ກວ່າ, 5G ບໍ່ພຽງແມ່ນກາລະໂອກາດກ່ຽວກັບບໍລິການເຊື່ອມຕໍ່, ແມ່ນກາລະໂອກາດເພື່ອປ່ຽນອັນດັບໂທລະຄົມມະນາຄົມ ຫວຽດນາມ ເທົ່ານັ້ນ, ຫາກຍັງແມ່ນກາລະໂອກາດເພື່ອໃຫ້ພັດທະນາຂະແໜງອຸດສາຫະກໍາ ICT ຂອງປະເທດອີກດ້ວຍ. ດ້ວຍຄວາມຕ້ອງການໃຫຍ່ທີ່ສຸດກ່ຽວກັບອຸປະກອນເຄືອຂ່າຍອິນເຕີແນັດ ແລະຄວາມຕ້ອງການທີ່ມີລັກສະນະຕັດສິນຂອງຄວາມປອດໄຟ, ຄວາມໝັ້ນຄົງທາງອິນເຕີແນັດ, ຄວາມຕ້ອງການຂອງທົ່ວປວງຊົນກ່່ຽວກັບແອບພລິເຄ, ຈະສ້າງເປັນຕະຫຼາດບໍ່ມີຂອບເຂດໃຫ້ບັນດາບໍລິສັດເຕັກໂນໂລຢີ ຫວຽດນາມ. ກາລະໂອກາດນີ້ຕົກຢູ່ໃນລຸ້ນພວກເຮົາ ແລະພວກເຮົາຈົ່ງຖືນີ້ແມ່ນຄວາມຮັບຜິດຊອບປະຫວັດສາດຂອງຕົນທີ່ມີຕໍ່ປະເທດຊາດ.

leftcenterrightdel
ໄລຍະຈະມາເຖິງ, ປະຊາຊົນຈະໄດ້ນຳໃຊ້ເຄືອຂ່າຍອິນເຕີແນັດ 5G ທໍາອິດຢູ່ ຫວຽດນາມ. ພາບ: ວັນຟອງ.

ກ່ອນນັ້ນ, ກະຊວງຖະແຫຼງຂ່າວ ແລະການສື່ສານ ໄດ້ລົງນາມໃນຂໍ້ຕົກລົງອອກໃບອະນຸຍາດໃຫ້ຜັນຂະຫຍາຍທົດລອງເຄືອຂ່າຍອິນເຕີແນັດ ແລະບໍລິການໂທລະຄົມມະນາຄົມ 5G ໃຫ້ກຸ່ມບໍລິສັດ Viettel ພາຍຫຼັງທີ່ການພິຈາລະນາຂໍ້ສະເໜີຂອງບໍລິສັດນີ້. Viettel ໄດ້ກາຍເປັນບໍລິສັດທໍາອິດທີ່ມີໃບອະນຸຍາດຜັນຂະຫຍາຍທົດລອງເຄືອຂ່າຍອິນເຕີແນັດ 5G. ດ້ວຍໃບອະນຸຍາດນີ້, Viettel ຈະຜັນຂະຫຍາຍການທົດລອງ ເພື່ອຕີລາຄາລັກສະນະເຕັກນິກ ແລະຄວາມສາມາດຜັນຂະຫຍາຍກົນໄກພື້ນຖານໂຄງລ່າງໂທລະຄົມມະນາຄົມນໍາໃຊ້ເຕັກໂນໂລຢີມືຖືລຸ້ນທີ 5 - IMT 2020. ຂອບເຂດການທົດລອງ 5G ຂອງ Viettel ແມ່ນຢູ່ 2 ນະຄອນຮ່າໂນ້ຍ ແລະນະຄອນໂຮ່ຈີມິນ. ຂອບຂະໜາດທົດລອງບໍລິການຈະບໍ່ເກີນ 73 ທີ່ຕັ້ງ.

ກ່ອນນັ້ນ, ທີ່ກອງປະຊຸມຜັນຂະຫຍາຍໜ້າທີ່ປີ 2019 ຂອງກະຊວງຖະແຫຼງຂ່າວ ແລະການສື່ສານ, ການນໍາກະຊວງກໍຢືນຢັນພວມຊຸກຍູ້ການອອກໃບອະນຸຍາດຜັນຂະຫຍາຍຄວາມຖີ່ 4G ແລະວຽກງານຜັນຂະຫຍາຍທົດລອງບໍລິການ 5G. ເມື່ອໄດ້ຮັບການຜັນຂະຫຍາຍ, ນະຄອນໂຮ່ຈີມິນ ຈະແມ່ນທ້ອງຖິ່ນທໍາອິດໃນປະເທດຈະໄດ້ຮັບການສະໜອງບໍລິການ 5G, ມຸ່ງໄປເຖິງການຫັນເປັນການຄ້າໃນປີ 2020...

 

ໂດຍ: ໄຊນີດາ