ທ່ານ ນາຍົກລັດຖະມົນຕີ ໄດ້ແບ່ງປັນຄວາມເບີກບານມ່ວນຊື່ນ ແລະມອບຂອງຂວັນໃຫ້ແກ່ພໍ່ແມ່ປະຊາຊົນ ບ້ານ ມ໋າດ, ຕາແສງ ເຢີນຈູ. ທ່ານໄດ້ສະແດງຄວາມຕື້ນຕັນໃຈເມື່ອໄດ້ເຫັນປະຈັກຕາຄວາມເບີກບານມ່ວນຊື່ນຂອງພໍ່ແມ່ປະຊາຊົນບັນດາເຜົ່າໃນວັນບຸນໃຫຍ່ຂອງນໍ້າໃຈສາມັກຄີທົ່ວປວງຊົນທັງຊາດ. ຍ້ອງຍໍຊົມເຊີຍແນວໂຮມປະເທດຊາດ, ອົງການຈັດຕັ້ງມະຫາຊົນ, ອໍານາດການປົກຄອງທ້ອງຖິ່ນໄດ້ຈັດຕັ້ງວັນບຸນທີ່ມີຄວາມໝາຍຢ່າງເລິກເຊິ່ງ, ທ່ານນາຍົກລັດຖະມົນຕີ ປາດຖະໜາຢາກທ້ອງຖິ່ນສືບຕໍ່ເສີມຂະຫຍາຍ, ຮັກສາວັນບຸນປະຈໍາປີເພື່ອສ້າງກາລະໂອກາດ, ສ້າງບ່ອນລະຫຼີ້ນໃຫ້ແກ່ພໍ່ແມ່ປະຊາຊົນຮັກສານໍ້າໃຈສາມັກຄີ, ບັນເທິງ, ຮັກສາ ແລະເສີມຂະຫຍາຍວັດທະນະທໍາບັນດາຊາດ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ແລະບັນດາຜູ້ແທນເຂົ້າຮ່ວມວັນບຸນ. ພາບ: TTXVN

ທ່ານນາຍົກລັດຖະມົນຕີໄດ້ຮັບຮູ້ ແລະຍ້ອງຍໍຊົມເຊີຍຜົນງານຂອງຄະນະວຽກງານແນວໂຮມ, ລະບົບຮາກຖານການເມືອງຢູ່ບ້ານ ມ໋າດ ໃນການຂົນຂວາຍປະຊາຊົນປະຕິບັດບັ້ນຂົນຂວາຍທົ່ວປວງຊົນທັງຊາດກໍ່ສ້າງຊີວິດວັດທະນະທຳ, ກໍ່ສ້າງຊົນນະບົດໃໝ່ ແລະບັນດາຂະບວນວິວັດການ, ບັ້ນຂົນຂວາຍປະຊາຊົນຕ່າງໆໂດຍສູນກາງ, ແຂວງ, ເມືອງ, ຕາແສງປຸກລະດົມ. ຜ່ານນັ້ນ, ພ້ອມກັນພັດທະນາເສດຖະກິດ, ຍົກສູງຊີວິດ ແລະສ້າງພື້ນຖານໂຄງລ່າງທ້ອງຖິ່ນໃຫ້ນັບມື້ນັບພັດທະນາ.

ເມື່ອໂອ້ລົມກັບພໍ່ແມ່ປະຊາຊົນ, ທ່ານນາຍົກລັດຖະມົນຕີ ໄດ້ຢັ້ງຢືນເຖິງບົດບາດອັນໃຫຍ່ຫຼວງຂອງແນວໂຮມປະເທດຊາດ ຫວຽດນາມ ໃນການຂົນຂວາຍ, ເຕົ້າໂຮມມະຫາຊົນ, ປະຊາຊົນປະຕິບັດບັນດາຄາດໝາຍ, ອຸດົມຄະຕິ ແລະພາລະກິດຂອງພັກນັບທັງການຕໍ່ສູ້ຍາດເອົາເອກະລາດແຫ່ງຊາດກໍ່ຄືສ້າງສາ ແລະພັດທະນາປະເທດຊາດ. ຢັ້ງຢືນຄວາມໝາຍ ແລະຄວາມສໍາຄັນຂອງວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດໂດຍແນວໂຮມປະເທດຊາດທຸກຂັ້ນຈັດຕັ້ງປະຈໍາປີຢູ່ບໍລິເວນໃນທົ່ວປະເທດ, ທ່ານ ນາຍົກລັດຖະມົນຕີ ໄດ້ເນັ້ນໜັກວ່ານີ້ແມ່ນການເຄື່ອນໄຫວຢ່າງລະອຽດເພື່ອແນໃສ່ຮຽກຮ້ອງ, ຮັກສາ ແລະແຜ່ຂະຫຍາຍນໍ້າໃຈສາມັກຄີຂອງປະຊາຊົນ, ພໍ່ແມ່ປະຊາຊົນບັນດາເຜົ່າທົ່ວທຸກພາກຂອງປະເທດ. ນີ້ຍັງແມ່ນເວີທີປາໄສປະຊາທິປະໄຕຢ່າງກວ້າງຂວາງ, ແມ່ນໂອກາດເພື່ອໃຫ້ປະຊາຊົນປະກອບຄໍາເຫັນສ້າງອໍານາດການປົກຄອງ...

ທ່ານນາຍົກລັດຖະມົນຕີ ປາດຖະໜາຢາກພໍ່ແມ່ປະຊາຊົນບ້ານ ມ໋າດ ແລະຕາແສງ ເຍີນຈູ ສືບຕໍ່ຮັກສາ ແລະເສີມຂະຫຍາຍບັນດາຜົນງານທີ່ບັນລຸໄດ້ຫຼາຍກວ່າອີກ. ເປັນຕົ້ນແມ່ນວັດທະນະທໍາທີ່ເປັນເອກະລັກສະເພາະຂອງຊາດ; ຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະປອດໄພທາງສັງຄົມ; ສະກັດກັ້ນ, ລົບລ້າງບັນດາໄພສັງຄົມ ແລະພິເສດແມ່ນເພີ່ມທະວີກໍາລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ. ທ່ານນາຍົກລັດຖະມົນຕີ ສະເໜີອໍານາດການປົກຄອງ ແລະພໍ່ແມ່ປະຊາເອົາໃຈໃສ່ເປັນພິເສດຕໍ່ວຽກງານລົບລ້າງຄວາມອິດຫີວ, ຫຼຸດຜ່ອນຄວາມທຸກຍາກດ້ວຍຫຼາຍມາດຕະການກວ່າອີກ, ທ່ານ ນາຍົກລັດຖະມົນຕີ ໄດ້ໃສ່ໃຈວ່າ, ທ້ອງຖິ່ນຄວນສຸມໃສ່ໜ້າທີ່ກໍ່ສ້າງພັກ, ອໍານາດການປົກຄອງນັບມື້ນັບປອດໃສ, ເຂັ້ມແຂງ; ໃນນັ້ນ, ພະນັກງານ, ສະມາຊິກພັກຕ້ອງນໍາໜ້າ, ເປັນແບບຢ່າງຕາມທິດນໍາ “ສະມາຊິກພັກໄປກ່ອນ, ປະຊາຊົນໄປນໍາຫຼັງ” ເພື່ອຂົນຂວາຍພໍ່ແມ່ປະຊາຊົນຮ່ວມແຮງຮ່ວມໃຈກໍ່ສ້າງ, ພັດທະນາບ້ານເກີດເມືອງນອນໃຫ້ນັບມື້ນັບຮັ່ງມີ ແລະສວຍງາມ. 

 

ແປໂດຍ: ເກື່ອງດັ້ງ