ຄວາມກະຕືລືລົ້ນຈາກການສອນພາສາຫວຽດນາມຢູ່ຫ້ອງຮຽນ
    |
 |
ອາຈານ ຮ່ວາງທິມາຍ ສືບຕໍ່ສ້າງແຮງບັນດານໃຈດ້ວຍການສອນພາສາຫວຽດນາມ ຢູ່ ສປປ ລາວ. ພາບ: baohatinh.vn |
ຮ່ວາງທິມາຍ ເກີດເມື່ອປີ 1992 ຢູ່ຕາແສງ ຊວນອຽນ, ເມືອງ ງິຊວນ, ແຂວງ ຮ່າຕິ້ງ. ຫຼັງຈາກຮຽນຈົບຊັ້ນມັດທະຍົມຕອນປາຍ, ນາງ ມາຍ ເສັງໄດ້ ແລະເຂົ້າຮຽນຢູ່ຫ້ອງ K4 ການສຶກສາປະຖົມ, ຄະນະສ້າງຄູ, ມະຫາວິທະຍາໄລ ຮ່າຕິ້ງ. ໃນຊຸມເດືອນປີທີ່ຮຽນຢູ່ມະຫາວິທະຍາໄລ, ມາຍ ຍາມໃດກໍ່ເປັນນັກສຶກສາທີ່ດຸໝັ່ນ, ຂະຫຍັນຂັນເຄື່ອນ, ມີຄວາມສຸດໃຈ. ນາງ ໄດ້ເປັນກໍາມະການຄະນະບໍລິຫານງານສະມາຄົມນັກສຶກສາ, ເຂົ້າຮ່ວມບັນດາລາຍການອາສາສະໝັກຢ່າງຕັ້ງໜ້າ.
ສໍາລັບ ມາຍ, ການສິດສອນບໍ່ພຽງແຕ່ເປັນໜ້າທີ່ວຽກງານເທົ່ານັ້ນ, ຫາກຍັງເປັນຄວາມເມົາມົວຫຼົງໄຫຼ ແລະພາລະກໍາອີກດ້ວຍ. ນາງໄດ້ແບ່ງປັນວ່າ: “ຕັ້ງແຕ່ຮຽນຢູ່ໂຮງຮຽນ, ຂ້າພະເຈົ້າມີຄວາມໃຝ່ຝັນຢາກເປັນຄູສອນ ເພື່ອຖ່າຍທອດຄວາມຮູ້ໃຫ້ແກ່ພວກນ້ອງນັກຮຽນ. ພິເສດ, ຂ້າພະເຈົ້າໄດ້ເລືອກເອົາອາຊີບຄູສອນ ເພື່ອສືບຕໍ່ຄວາມໄຝ່ຝັນຂອງແມ່ຂ້າພະເຈົ້າ - ຜູ້ທີ່ຕ້ອງຢຸດການເປັນນັກສຶກສາຍ້ອນສະພາບການຄອບຄົວຫຍຸ້ງຍາກ."
    |
 |
ນາງ ຮ່ວາງທິມາຍ ໄດ້ກັບຄືນເມືອບ້ານເກີດຂອງຕົນ ແລະເຮັດວຽກຢູ່ໂຮງຮຽນປະຖົມຊວນອຽນ, ເມືອງ ງິຊວນ. ພາບ: baohatinh.vn |
ຫຼັງຈາກຮຽນຈົບ, ມາຍ ໄດ້ກັບຄືນເມືອບ້ານເກີດຂອງຕົນ ແລະເຮັດວຽກຢູ່ໂຮງຮຽນປະຖົມຊວນອຽນ, ເມືອງ ງິຊວນ. ດ້ວຍຄວາມສຸດໃຈ ຂອງຄູສອນທີ່ຍັງໜຸ່ມແໜ້ນ, ນາງບໍ່ພຽງແຕ່ສອນບັນດາວິຊາວັດທະນະທໍາເທົ່ານັ້ນ, ຫາກຍັງຈັດຕັ້ງບັນດາກິດຈະກໍາລົງຕົວຈິງ, ບຳລຸງສ້າງນັກຮຽນເຂົ້າຮ່ວມການເສັງຕ່າງໆ. ນາງກໍ່ຍັງໄດ້ເຂົ້າຮ່ວມຫຼັກສູດການຝຶກອົບຮົມວິຊາຊີບ ແລະການແຂ່ງຂັນຄູອາຈານດີເລີດໃນທຸກລະດັບຢ່າງເປັນປະຈຳ.
ສົ່ງແຮງບັນດານໃຈໃນດິນແດນປະເທດລ້ານຊ້າງ
    |
 |
ນາງ ຮ່ວາງທິມາຍ ເຂົ້າຮ່ວມການສອນພາສາຫວຽດນາມ ຢູ່ໂຮງຮຽນຊົນເຜົ່າກິນນອນແຂວງສະຫວັນນະເຂດ. ພາບ: baohatinh.vn |
ເດືອນມິຖຸນາ ປີ 2024, ກະຊວງການສຶກສາ ແລະບຳລຸງສ້າງຫວຽດນາມ ໄດ້ປະກາດຄັດເລືອກເອົາຄູອາຈານ 22 ຄົນ ໄປສອນພາສາຫວຽດ ຢູ່ລາວ ອາຍຸການ 2024-2026 ດ້ວຍຄວາມປາດຖະໜາຢາກຄົ້ນຫາ, ເກັບກ່ຽວປະສົບການ ແລະປະກອບສ່ວນ, ມາຍ ໄດ້ສົ່ງເອກະສານສະໝັກ. ຫຼັງຈາກ 5 ເດືອນທີ່ສົ່ງເອກະສານ ແລະຜ່ານຫຼາຍຮອບຄັດເລືອກໃນເບື້ອງຕົ້ນ, ນາງໄດ້ຮັບການເລືອກຢ່າງເປັນທາງການຕາມຂໍ້ຕົກລົງເລກທີ 3431/QD-BGDDT ລົງວັນທີ 7 ພະຈິກ 2024.
ນາງ ມາຍ ແບ່ງປັນວ່າ “ດ້ວຍຄວາມສຸດໃຈຂອງຊາວໜຸ່ມ ແລະຄວາມຫຼົງໄຫຼໃນການສອນ, ຂ້າພະເຈົ້າຫວັງວ່າ ຈະນຳເອົາຄວາມຮູ້ຂອງຕົນຖ່າຍທອດໃຫ້ນັກຮຽນລາວ, ພ້ອມກັນນັ້ນ ກໍ່ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວເຊື່ອມຕໍ່ກັບຊຸມຊົນ, ໂຄສະນາກ່ຽວກັບການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ ແລະລາວ”.
    |
 |
ນາງ ຮ່ວາງທິມາຍ ຍັງເຂົ້າຮ່ວມການໜູນຊ່ວຍສອນພາສາຫວຽດ ໃຫ້ເດັກນ້ອຍຫວຽດນາມ ຢູ່ລາວ ຢູ່ໂຮງຮຽນປະຖົມຮວ່າງອວັນ. ພາບ: baohatinh.vn |
ເມື່ອໄປຮອດປະເທດລາວ, ນາງ ມາຍ ໄດ້ວາງແຜນໃຫ້ການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງ. ນາງ ໄດ້ເຂົ້າຮ່ວມການສອນພາສາຫວຽດ ຢູ່ໂຮງຮຽນຊົນເຜົ່າກິນນອນແຂວງສະຫວັນນະເຂດ, ເປັນເສນາທິການກ່ຽວກັບການພັດທະນາຫຼັກສູດການຮຽນພາສາຫວຽດ ເພີ່ມທະວີ, ສ້າງຕັ້ງບັນດາສະໂມສອນ “ນ້ອງຮັກພາສາຫວຽດ” ແລະຈັດຕັ້ງການບໍລິຈາກປຶ້ມ, ຕຳລາສອນໃຫ້ນັກຮຽນລາວ. ນາງ ຢາກເຂົ້າຮ່ວມບັນດາການເຄື່ອນໄຫວວັດທະນະທຳ, ເຊື່ອມໂຍງເຂົ້າກັບປະຊາຄົມລະຫວ່າງ 2 ປະເທດ. ນອກຈາກນັ້ນ, ນາງຍັງໄດ້ເຂົ້າຮ່ວມການໜູນຊ່ວຍສອນພາສາຫວຽດ ໃຫ້ເດັກນ້ອຍຫວຽດນາມ ຢູ່ລາວ ຢູ່ໂຮງຮຽນປະຖົມຮວ່າງອວັນ ແລະໂຮງຮຽນມັດທະຍົມຕອນປາຍມິດຕະພາບຫວຽດນາມ - ລາວ.
ນາງ ມາຍ ແບ່ງປັນຄວາມໃນໃຈວ່າ “ພາຍຫຼັງດຳລົງຊີວິດ ແລະເຮັດວຽກຢູ່ດິນແດນປະເທດລ້ານຊ້າງ ມາໄດ້ໄລຍະໜຶ່ງ, ຂ້າພະເຈົ້າ ໄດ້ມີຄວາມເຂົ້າໃຈເພີ່ມເຕີມກ່ຽວກັບຮີດຄອງປະເພນີ, ປະເທດຊາດ ແລະປະຊາຊົນລາວ. ຂ້າພະເຈົ້າ ນັບຖືຢ່າງສູງຕໍ່ການພົວພັນທີ່ສະໜິດຕິດແໜ້ນລະຫວ່າງສອງປະເທດອ້າຍນ້ອງ ແລະຫວັງວ່າ ຈະໄດ້ປະກອບສ່ວນເລັກນ້ອຍເຂົ້າໃນພາລະກິດການສຶກສາຂອງປະເທດເພື່ອນມິດ”.
    |
 |
ການເດີນທາງຂອງນາງ ຮ່ວາງທິມາຍ ແມ່ນແບບຢ່າງທີ່ສົ່ງແຮງບັນດານໃຈໃຫ້ແກ່ພວກເພື່ອນໜຸ່ມ, ພິເສດແມ່ນຜູ້ທີ່ພວມໄລ່ຕາມຄວາມໄຝ່ຝັນພາລະກິດການສຶກສາຂອງຕົນ. ພາບ: baohatinh.vn |
ການເດີນທາງຂອງນາງ ຮ່ວາງທິມາຍ ບໍ່ພຽງແຕ່ແມ່ນເລື່ອງສ່ວນຕົວເທົ່ານັ້ນ, ຫາກຍັງເປັນແບບຢ່າງໃນການສົ່ງແຮງບັນດານໃຈໃຫ້ພວກເພື່ອນໜຸ່ມ, ພິເສດແມ່ນຜູ້ທີ່ພວມໄລ່ຕາມຄວາມໄຝ່ຝັນພາລະກິດການສຶກສາຂອງຕົນ... ຈາກສາວນ້ອຍຢູ່ເຂດຊົນນະບົດແຄມຝັ່ງທະເລຂອງແຂວງຮ່າຕິ້ງ, ນາງມາຍ ໄດ້ບືນຕົວຂຶ້ນ, ຜ່ານຜ່າທຸກຄວາມຫຍຸ້ງຍາກ ເພື່ອປະຕິບັດຄວາມໄຝ່ຝັນຂອງຕົນ. ນາງມາຍເປັນພະຍານຫຼັກຖານໃຫ້ແກ່ກຳລັງແຮງຂອງຄວາມເມົາມົວຫຼົງໄຫຼ ແລະຄວາມອົດທົນ.
ໂດຍ: ທະນາພອນ