ປະຊາຊົນຢູ່ເຂດຊາຍແດນຫວຽດນາມ - ລາວ ຮ່ວມແຮງຮ່ວມໃຈປົກປັກຮັກສາປ່າໄມ້

ນັບແຕ່ຮຸ່ງເຊົ້າ, ປະຊາຊົນບ້ານ ນາຫຼວງ, ກຸ່ມບ້ານ ສົບຮຸນ, ເມືອງໃໝ່, ແຂວງ ຜົ້ງສາລີ, ລາວ ໄດ້ເຕົ້າໂຮມກັນຢູ່ຕາແສງ ປ່າເທີມ, ເມືອງ ດ້ຽນບຽນ, ແຂວງ ດ້ຽນບຽນ ເພື່ອເຂົ້າຮ່ວມພິທີປຸກລະດົມຂະບວນການ "ທົ່ວປວງຊົນເຂົ້າຮ່ວມການປ້ອງກັນ, ຕ້ານໄຟໄໝ້ປ່າ".

ທ່ານ ພອນວັນ, ນາຍບ້ານ ນາຫຼວງ, ກຸ່ມບ້ານ ສົບຮຸນ, ເມືອງໃໝ່, ແຂວງຜົ້ງສາລີ, ລາວ ໃຫ້ຮູ້ວ່າ ໂຄງການດັ່ງກ່າວແມ່ນໜຶ່ງໃນບັນດາເນື້ອໃນ ໃນຄຳໝັ້ນສັນຍາປະຕິບັດຮູບແບບແຮກສ່ຽວ ບ້ານ-ບ້ານ.

leftcenterrightdel
ນາຍບ້ານ ປ່າເທີມ ແລະ ກຸ່ມບ້ານສົບຮຸນ ລົງນາມໃນຄຳໝັ້ນສັນຍາປົກປັກຮັກສາປ່າໄມ້ຢູ່ເຂດຊາຍແດນຂຶ້ນກັບບັນດາໝູ່ບ້ານ. ພາບ: ເລລານ

ໃນໄລຍະຈະມາເຖິງ, ທ່ານ ແລະປະຊາຊົນບ້ານ ປ່າເທີມ ແລະພະນັກງານ-ລັດຖະກອນບ້ານນາຫຼວງ ຈະຍູ້ແຮງການສະກັດກັ້ນ, ຕ້ານໄຟໄໝ້ປ່າຕາມຄຳໝັ້ນສັນຍາ; ຕັ້ງໜ້າແລກປ່ຽນຂໍ້ມູນ, ໜູນຊ່ວຍ, ຊ່ວຍເຫຼືອເຊິ່ງກັນ ແລະກັນໃນການພັດທະນາເສດຖະກິດ, ວັດທະນະທຳ ແລະສັງຄົມ; ເຂົ້າຮ່ວມການປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍຄວາມປອດໄພ, ອະທິປະໄຕຄວາມໝັ້ນຄົງເຂດຊາຍແດນ, ຫຼັກໝາຍຊາຍແດນຂອງແຕ່ລະປະເທດ...

ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວຂອງປະຊາຊົນ ຢູ່ເຂດຊາຍແດນ ຫວຽດນາມ - ລາວ ໃນການຮ່ວມແຮງຮ່ວມໃຈປົກປັກຮັກສາປ່າໄມ້.

ໃນຊຸມປີມໍ່ໆມານີ້, ຄະນະກຳມະການປະຊາຊົນຕາແສງ ບາດມອດ ໄດ້ສົມທົບກັນຢ່າງແໜ້ນແຟ້ນກັບຄ້າຍທະຫານຊາຍແດນ ບາດມອດ, ເມືອງ ເທື່ອງຊວນ, ແຂວງແທງຮວ໋າ ແລະອຳນາດການປົກຄອງກຸ່ມບ້ານ ໂພນໄຊ, ເມືອງ ຊຳໃຕ້ (ລາວ) ເພື່ອຈັດຕັ້ງຫຼາຍຮູບແບບໂຄສະນາ, ສຶກສາອົບຮົມ, ເຜີຍແຜ່ກົດໝາຍຢ່າງເລິກເຊິ່ງໃຫ້ແກ່ພະນັກງານ, ປະຊາຊົນຢູ່ສອງຟາກຊາຍແດນ; ຂົນຂວາຍປະຊາຊົນເຂົ້າຮ່ວມການລົງນາມໃນຄຳໝັ້ນສັນຍາ 185 ສະບັບກ່ຽວກັບການປົກປັກຮັກສາປ່າໄມ້ ຕິດພັນກັບການປົກປັກຮັກສາອະທິປະໄຕຜືນແຜ່ນດິນ, ຄວາມໝັ້ນຄົງເຂດຊາຍແດນແຫ່ງຊາດ.

ເພື່ອປົກປັກຮັກສາປ່າໄມ້, ກອງກວດກາປ່າໄມ້ຂຶ້ນກັບພະແນກກະສິກຳ ແລະພັດທະນາຊົນນະບົດແຂວງເທື່ອທຽນເຫ້ວ ກໍ່ໄດ້ລົງນາມໃນບົດບັນທຶກຊ່ວຍຈຳການຮ່ວມມືກັບກອງກວດກາປ່າໄມ້ ຂຶ້ນກັບພະແນກກະສິກຳ ແລະປ່າໄມ້ແຂວງເຊກອງ ຂອງລາວ ກ່ຽວກັບການປົກປັກຮັກສາປ່າໄມ້. ກອງກວດກາປ່າໄມ້ແຂວງສະຫວັນນະເຂດ ແລະກອງກວດກາປ່າໄມ້ແຂວງກວາງຈິ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືໃນການຄຸ້ມຄອງ, ປົກປັກຮັກສາປ່າໄມ້, ປົກປັກຮັກສາສັດປ່າ ໄລຍະ 2024-2029. ກອງກວດກາປ່າໄມ້ແຂວງກວາງນາມ ແລະ ກອງກວດກາປ່າໄມ້ແຂວງເຊກອງ ໄດ້ລົງນາມບົດບັນທຶກຊ່ວຍຈຳການຮ່ວມມືເພື່ອປົກປັກຮັກສາສັດປ່າ.

ໃນໄລຍະຈະມາເຖິງ, ສອງຝ່າຍຈະເພີ່ມທະວີການສົມທົບກັນ, ແລກປ່ຽນຂໍ້ມູນ, ຄວາມຮູ້, ປະສົບການ ເພື່ອຄວບຄຸມ, ສະກັດກັ້ນບັນດາການກະທຳທຳລາຍປ່າ, ການຂຸດຄົ້ນຊັບພະຍາກອນທຳມະຊາດ, ແຮ່ທາດ, ການລ່າສັດປ່າ, ການຄ້າຂາຍ ແລະຂົນສົ່ງໄມ້ ແລະເຄື່ອງປ່າຂອງດົ່ງ ຢ່າງຜິດກົດໝາຍ; ເພີ່ມທະວີການກວດກາ, ຕິດຕາມກວດກາ, ສົມທຽບປະລິມານໄມ້, ເຄື່ອງປ່າຂອງດົງ, ສັດປ່າທີ່ນຳເຂົ້າ ແລະສົ່ງອອກຜ່ານເຂດຊາຍແດນ.

ຄຽງຂ້າງນັ້ນ, ສອງຝ່າຍຈະເພີ່ມທະວີການແລກປ່ຽນຂໍ້ມູນກ່ຽວກັບການປ້ອງກັນ, ຕ້ານໄຟໄໝ້ປ່າ; ໂຄສະນາເຜີຍແຜ່, ສຶກສາອົບຮົມໃຫ້ປະຊາຊົນລຽບຕາມເຂດຊາຍແດນມີຄວາມຮັບຮູ້ ແລະເຂົ້າໃຈກ່ຽວກັບການປົກປັກຮັກສາຊັບພະຍາກອນປ່າໄມ້, ການຄຸ້ມຄອງ ແລະປົກປັກຮັກສາຊີວະນາໆພັນ, ຕ້ານການເຄື່ອນໄຫວຂຸດຄົ້ນ, ຄ້າຂາຍ, ຂົນສົ່ງໄມ້, ສັດປ່າຢ່າງຜິດກົດໝາຍ; ພ້ອມກັນນັ້ນ, ກໍ່ສະກັດກັ້ນການທຳລາຍ ແລະບຽດຢຶດປ່າໄມ້, ເນື້ອທີ່ປ່າໄມ້ຢູ່ເຂດຊາຍແດນ.

ນອກຈາກນັ້ນ, ຍັງມີຄະນະປະຕິບັດງານ ຂອງກົມປ່າໄມ້ລາວ ມາຢ້ຽມຢາມ ແລະ ຖອດຖອນບົດຮຽນປະສົບການຢູ່ ຫວຽດນາມ.

ແບ່ງປັນນະໂຍບາຍໃຊ້ຈ່າຍຄ່າບໍລິການສິ່ງແວດລ້ອມປ່າໄມ້

ເສັ້ນຊາຍແດນລະຫວ່າງຫວຽດນາມ - ລາວ ມີຄວາມຍາວປະມານ 2.340 ກິໂລແມັດ, ຜ່ານ 10 ແຂວງຂອງຫວຽດນາມ, ຄື: ດ້ຽນບຽນ, ເຊີນລາ, ແທງຮວ໋າ, ເງ້ະອານ, ຮ່າຕິງ, ກວາງບິ່ງ, ກວາງຈິ, ເທື່ອທຽນເຫ້ວ, ກວາງນາມ ແລະກອນຕູມ; ຕິດກັບ 10 ແຂວງຊາຍແດນຂອງລາວ, ຄື: ຜົ້ງສາລີ, ຫຼວງພະບາງ, ຫົວພັນ, ຊຽງຂວາງ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ ແລະອັດຕະປື. ລຽບຕາມຊາຍແດນ ຫວຽດນາມ-ລາວ ມີ 7 ດ່ານຊາຍແດນສາກົນ ແລະ 6 ດ່ານຊາຍແດນຫຼັກ.

ໃນເດືອນກໍລະກົດ 2012, ຂໍ້ຕົກລົງຮ່ວມມືສອງຝ່າຍໃນຂົງເຂດປົກປັກຮັກສາປ່າໄມ້, ປະຕິບັດກົດໝາຍວ່າດ້ວຍປ່າໄມ້, ການຄວບຄຸມ ແລະສະກັດກັ້ນການຄ້າຂາຍ, ຂົນສົ່ງໄມ້, ຜະລິດຕະພັນປ່າໄມ້ ແລະ ສັດປ່າຢ່າງຜິດກົດໝາຍໄດ້ລົງນາມລະຫວ່າງກົມກວດກາປ່າໄມ້ (ກະຊວງກະສິກຳ ແລະພັດທະນາຊົນນະບົດ ຫວຽດນາມ) ແລະກົມກວດກາປ່າໄມ້ (ກະຊວງກະສິກຳ ແລະປ່າໄມ້ຂອງລາວ). ໃນ 14 ປີແຫ່ງການຮ່ວມມືໄດ້ມີຜົນງານຕັ້ງໜ້າຫຼາຍຢ່າງໃນການຫຼຸດຜ່ອນໄຟໄໝ້ປ່າ, ການລະເມີດກົດໝາຍໃນການຂຸດຄົ້ນ, ຂົນສົ່ງ ແລະການຄ້າໄມ້ ແລະ ສັດປ່າຢູ່ເຂດຊາຍແດນ ຫວຽດນາມ - ລາວ.

leftcenterrightdel
ກອງກວດກາປ່າໄມ້ແຂວງ ກວາງຈິ ແລະກອງກວດກາປ່າໄມ້ ແຂວງສະຫວັນນະເຂດ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືໃນການປົກປັກຮັກສາປ່າໄມ້, ປົກປັກຮັກສາສັດປ່າ. ພາບ: ກິ່ງງາ

ໃນປີ 2023, ເພື່ອເພີ່ມທະວີການຮ່ວມມືໃນຂົງເຂດປ່າໄມ້ໃຫ້ຮ້ອບດ້ານກວ່າ, ສອງຝ່າຍໄດ້ເຫັນດີເປັນເອກະພາບຍົກລະດັບບົດບັນທຶກການຮ່ວມມືສະບັບນີ້ຂຶ້ນສູ່ລະດັບກະຊວງ ແລະເນັ້ນໜັກເຖິງການເພີ່ມທະວີຄວາມສາມາດຄຸ້ມຄອງປ່າໄມ້ແບບຍືນຍົງ ແລະມອບໃບຢັ້ງຢືນປ່າໄມ້, ໃຊ້ຄ່າບໍລິການລະບົບນິເວດປ່າໄມ້.

ທ່ານ ທຸມທອນ ວົງວິສຸກ, ຮອງຫົວໜ້າກົມປ່າໄມ້, ກະຊວງກະສິກໍາ ແລະປ່າໄມ້ລາວ ຮູ້ສຶກປະທັບໃຈ ແລະຊົມຊື່ນຕໍ່ຜົນສໍາເລັດຂອງຫວຽດນາມ ໃນການປະຕິບັດນະໂຍບາຍໃຊ້ຈ່າຍຄ່າບໍລິການສິ່ງແວດລ້ອມປ່າໄມ້ຢ່າງມີປະສິດທິຜົນໃນຕະຫຼອດ 13 ປີຜ່ານມາ, ພິເສດແມ່ນການທົດລອງບໍລິການດູດຊຶມ ແລະຮັກສາກາກບອນປ່າໄມ້. ທ່ານສະເໜີວ່າ ໃນໄລຍະຈະມາເຖິງ, ຫວຽດນາມ ຈະສືບຕໍ່ແບ່ງປັນ, ໃຫ້ຄຳປຶກສາໃຫ້ລາວ ກ່ຽວກັບວິທີກໍ່ສ້າງ ແລະຜັນຂະຫຍາຍນະໂຍບາຍໃຊ້ຈ່າຍຄ່າບໍລິການສິ່ງແວດລ້ອມປ່າໄມ້.

ໂດຍ: ທະນາພອນ