leftcenterrightdel
ທ່ານພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ. ພາບ: KPL

ບົດຂຽນໄດ້ຢັ້ງຢືນວ່າ ໄຊຊະນະດ້ຽນບຽນຝູ ໄດ້ດັບສູນເຈດຈໍານົງຮຸກຮານຂອງລັດທິລ່າເມືອງຂຶ້ນ, ມຸ່ງໄປເຖິງການເຊັນສັນຍາເຊີແນວ ກ່ຽວກັບອິນດູຈີນ, ຮັບຮູ້ເອກະລາດ, ອະທິປະໄຕຂອງຊາດຫວຽດນາມ, ລາວ ແລະກໍາປູເຈຍ.

ໃນການຕອບສໍາພາດຕໍ່ສື່ມວນຊົນລາວ ວັນທີ 2 ພຶດສະພາ, ທ່ານພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ ໄດ້ຍົກໃຫ້ເຫັນຄວາມໝາຍທີ່ພົ້ນເດັ່ນຂອງໄຊຊະນະດ້ຽນບຽນຝູ ແລະການປະກອບສ່ວນຂອງກອງທັບປະຊາຊົນລາວ ໃນການຕໍ່ສູ້ຕ້ານລ່າເມືອງຂຶ້ນຂອງປະຊາຊົນຫວຽດນາມ.

KLP ໄດ້ຄັດສະເໜີຄໍາເວົ້າຂອງທ່ານພົນເອກ ຈັນສະໝອນ ຈັນຍາລາດ ທີ່ວ່າ:  “ໄຊຊະນະ ດ້ຽນບຽນຝູ ແມ່ນໄຊຊະນະທີ່ໃສແຈ້ງທີ່ສຸດໃນປະຫວັດສາດແຫ່ງການຕໍ່ສູ້ຕ້ານລ່າເມືອງຂຶ້ນຂອງຊາດຫວຽດນາມ ວິລະຊົນ ແລະໄດ້ບັນທຶກໄວ້ໃນປະຫວັດສາດຫວຽດນາມ ແລະໂລກ ໃນສະຕະວັດທີ 20”.

ທ່ານພົນເອກ ຈັນສະໝອນ ຈັນຍາລາດ ຢັ້ງຢືນວ່າ, ໄຊຊະນະດ້ຽນບຽນຝູ ໄດ້ລົບລ້າງລະບົບຫົວເມືອງຂຶ້ນແບບເກົ່າຂອງລັດທິຈັກກະພັດ, ສະແດງໃຫ້ເຫັນກຳລັງແຮງຂອງປະເທດເຄິ່ງສັກດີນາ,  ເຄີຍເປັນຫົວເມືອງຂຶ້ນດ້ວຍພົນລະເມືອງໜ້ອຍ, ພື້ນຖານເສດຖະກິດຫຼ້າຫຼັ້ງ, ກໍາລັງການທະຫານນ້ອຍ ແລະການປະກອບອາວຸດທາງການທະຫານຍັງຂາດເຂີນ.

ບົດຂຽນໄດ້ຢັ້ງຢືນວ່າ, ເຖິງວ່າໄດ້ 70 ປີແລ້ວກໍ່ຕາມ, ແຕ່ຄວາມໝາຍ ແລະບົດຮຽນອັນລໍ້າຄ່າທີ່ຖອດຖອນມາໄດ້ຈາກເຫດການປະຫວັດສາດສຳຄັນນີ້ຍັງຄົງຄຸນຄ່າເໝືອນເດີມ. ນັ້ນແມ່ນແຫຼ່ງລະດົມກໍາລັງໃຈອັນໃຫຍ່ຫຼວງໃຫ້ແກ່ປະຊາຊົນຫວຽດນາມ ທຸກຖ້ວນໜ້າໃນກິດຈະການສ້າງສາ ແລະປົກປັກຮັກສາປະເທດຊາດໃນປະຈຸບັນ. ນັ້ນແມ່ນໄຊຊະນະຂອງກໍາລັງແຮງທົ່ວປວງຊົນຕີສັດຕູພາຍໃຕ້ການນໍາພາທີ່ສະຫຼາດສ່ອງໄສຂອງພັກກອມມູນິດ ແລະປະທານໂຮ່ຈີມິນ.

ໄຊຊະນະດ້ຽນບຽນຝູ ໄດ້ເຮັດໃຫ້ທີ່ຕັ້ງຂອງຫວຽດນາມ ເພີ່ມຂຶ້ນໃນວິວັດການເຈລະຈາທີ່ກອງປະຊຸມເຊີແນວ, ພາໄປເຖິງການສິ້ນສຸດສົງຄາມ  ແລະລົງນາມໃນສັນຍາສັນຕິພາບໃນວັນທີ 21 ກໍລະກົດ 1954, ຫຼັງຈາກນັ້ນ ຝລັ່ງ ຕ້ອງຖອນທະຫານອອກຈາກອິນດູຈີນທັງໝົດ.

ໄຊຊະນະດ້ຽນບຽນຝູ ແລະສັນຍາເຊີແນວ  ໄດ້ສິ້ນສຸດການປົກຄອງຂອງລັດທິລ່າເມືອງຂຶ້ນແບບເກົ່າທີ່ແກ່ຍາວເກືອບ 100 ປີຢູ່ຫວຽດນາມ, ເປີດປະຫວັດສາດໜ້າໃໝ່ໃນພາລະກິດປົດປ່ອຍຊາດ ແລະທ້ອນໂຮມປະເທດເປັນເອກະພາບ.

ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງສັນຍາເຊີແນວ ວ່າດ້ວຍການຢຸດຕິການສົງຄາມຢູ່ຫວຽດນາມ, ທ່ານນາງເອກອັກຄະລັດຖະທູດລາວ ຄຳເພົາ ເອີນທະວັນ ຢືນຢັນວ່າ: ເຫດການລົງນາມໃນສັນຍາເຊີແນວ ວ່າດ້ວຍການຢຸດຕິການສົງຄາມແມ່ນຂີດໝາຍປະຫວັດສາດທີ່ສຳຄັນໃນການຕໍ່ສູ້ທີ່ຍາວນານ, ຫຍຸ້ງຍາກລຳບາກຂອງປະຊາຊົນສາມປະເທດອິນດູຈີນ, ຍາດໄດ້ສັນຕິພາບ ແລະເອກະລາດມາໃຫ້ປະເທດຊາດ.

ທ່ານນາງເອກອັກຄະລັດຖະທູດ ຖືວ່າ ການລົງນາມໃນສັນຍາຄັ້ງນີ້ແມ່ນໄຊຊະນະທີ່ຍິ່ງໃຫຍ່, ໃນນັ້ນລ່າເມືອງຂຶ້ນຝລັ່ງ ແລະບັນດາປະເທດເຂົ້າຮ່ວມກອງປະຊຸມຄັ້ງທຳອິດໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະເຄົາລົບອະທິປະໄຕ, ເອກະລາດ ແລະຜືນແຜ່ນດິນອັນຄົບຖ້ວນ, ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງ 3 ປະເທດອິນດູຈີນ. ພ້ອມກັນນັ້ນ, ການລົງນາມໃນສັນຍາດັ່ງກ່າວຍັງໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງເຖິງນ້ຳໃຈຮັກຊາດອັນສູງສົ່ງ, ແນວທາງຕໍ່ສູ້ປະຕິວັດ, ເອກະລາດ, ເປັນເຈົ້າຂອງທີ່ຖືກຕ້ອງຂອງພັກກອມມູນິດອິນດູຈີນ.

ທ່ານນາງເອກອັກຄະລັດຖະທູດລາວ ຖືວ່າ: ໃນຕະຫຼອດ 70 ປີຜ່ານມາ, ວັນເຊັນສັນຍາວ່າດ້ວຍການຢຸດຕິສົງຄາມຢູ່ກອງປະຊຸມເຊີແນວ  ຍັງຮັກສາຄຸນຄ່າໄວ້ເໝືອນເດີມໃນວຽກງານປົກປັກຮັກສາສັນຕິພາບ, ສ້າງສາ ແລະພັດທະນາສາມປະເທດອິນດູຈີນ ໃນປະຈຸບັນ.

ໂດຍ: ໄຊນີດາ