ເພີ່ມທະວີຄວາມສາມັກຄີຫວຽດນາມ-ລາວ, ສ້າງເຂດຊາຍແດນແຫ່ງສັນຕິພາບ
ກປ.ອອນໄລ - ວັນທີ 23 ມີນາ, ຢູ່ແຂວງຫົວພັນ, ພາກເໜືອລາວ ໄດ້ດໍາເນີນລາຍການໂອ້ລົມສົນທະນານາຍທະຫານໜຸ່ມປີິ 2023 ດ້ວຍຫົວຂໍ້, “ນາຍທະຫານໜຸ່ມຊາຍແດນແຂວງຫົວພັນ/ລາວ ແລະແຂວງເຊີນລາ, ແທັງຮ໊ວາ/ຫວຽດນາມ ເພີ່ມທະວີການສົມທົບກັນຮ່ວມແຮງຮ່ວມໃຈສ້າງເຂດຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື ແລະພັດທະນາ”.
ນີ້ແມ່ນລາຍການພົບປະແລກປ່ຽນປະຈຳປີທີ່ນອນໃນເນື້ອໃນການຮ່ວມມືພ້ອມກັນຜັນຂະຫຍາຍລະຫວ່າງສາມແຂວງເຊີນລາ-ແທັງຮ໊ວາ-ຫົວພັນ ເວົ້າສະເພາະ ແລະກອງທັບສອງປະເທດຫວຽດນາມ-ລາວ ເວົ້າລວມ.
ລາຍການເພື່ອແນໃສ່ເພີ່ມທະວີນ້ຳໃຈສາມັກຄີມິດຕະພາບ, ຄວາມເຂົ້າອົກເຂົ້າໃຈກັນຂອງນາຍທະຫານໜຸ່ມລະຫວ່າງສາມແຂວງ, ປະກອບສ່ວນຮັກສາ ແລະພັດທະນາ ການພົວພັນຮ່ວມມືຮອບດ້ານລະຫວ່າງກອງທັບສອງປະເທດ.
    |
 |
ການນຳກະຊວງປ້ອງກັນປະເທດຫວຽດນາມ, ລາວ ແລະຜູ້ຕາງໜ້າການນຳບັນດາກົມກອງເຂົ້າຮ່ວມການໂອ້ລົມສົນທະນາ. ພາບ: nhandan.com.vn. |
ເຂົ້າຮ່ວມການໂອ້ລົມສົນທະນາມີທ່ານພົນໂທ ຮ່ວາງຊວນຈ໊ຽນ, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ; ທ່ານພົນຕີ ວົງຄຳ ພົມມະກອນ, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ; ການນຳແຂວງຫົວພັນ; ການນຳກອງບັນຊາການທະຫານເຂດ 2, ກອງບັນຊາການທະຫານຊາຍແດນຫວຽດນາມ; ກົມທະຫານຊາຍແດນ ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ... ພ້ອມດ້ວຍນາຍທະຫານໜຸ່ມ 50 ຄົນທີ່ມາຈາກກຳລັງທະຫານຊາຍແດນຫວຽດນາມ ແລະຊາຍແດນລາວ.
ທີ່ການໂອ້ລົມສົນທະນາ, ບັນດາຜູ້ແທນໄດ້ທົບທວນຄືນປະຫວັດແຫ່ງການສ້າງຕັ້ງ ແລະພັດທະນາອັນສະຫງ່າລາສີ, ຄວາມສະໜິດຕິດພັນລະຫວ່າງກອງທັບປະຊາຊົນ ຫວຽດນາມ ແລະລາວ ອ້າຍນ້ອງ ໃນການຕໍ່ສູ້ປົກປັກຮັກສາປະເທດຊາດ; ການພົບປະ, ພົບປະແລກປ່ຽນກັບບັນດາພະຍານຫຼັກຖານປະຫວັດສາດທີ່ເຄີຍປະຕິບັດງານ ແລະສູ້ຮົບຢູ່ແຂວງຫົວພັນ, ພາກເໜືອລາວ.
    |
 |
ການແຂ່ງຂັນບານສົ່ງມິດຕະພາບລະຫວ່າງບັນດານາຍທະຫານໜຸ່ມສາມແຂວງ ເຊີນລາ-ແທັງຮ໊ວາ-ຫົວພັນ. ພາບ: nhandan.com.vn. |
ບັນດານາຍທະຫານໜຸ່ມຂອງສອງປະເທດ ກໍ່ຈັດຕັ້ງການແຂ່ງຂັນບານສົ່ງມິດຕະພາບ, ປູກຕົ້ນໄມ້ຊາວໜຸ່ມມິດຕະພາບ, ຢ້ຽມຢາມບາງຮ່ອງຮອຍປະຫວັດສາດປະຕິວັດ, ທິວທັດທໍາມະຊາດຂອງແຂວງຫົວພັນ...
ກ່າວຄຳເຫັນທີ່ເຫດການ, ທ່ານພັນເອກ ອຸ່ນຄໍາ ສີແຫວນວົງສັກ, ຮອງຫົວໜ້າກົມທະຫານຊາຍແດນລາວ ໃຫ້ຮູ້ວ່າ ລາຍການໂອ້ລົມສົນທະນານາຍທະຫານໜຸ່ມແມ່ນກິດ ຈະກຳແທດຈິງປະກອບສ່ວນສຶກສາມູນເຊື້ອໃຫ້ຊາວໜຸ່ມສາມແຂວງ ແທັງຮ໊ວາ, ເຊີນລາ, ຫົວພັນ ເວົ້າສະເພາະ ແລະຄວາມຕັດສິນໃຈຂອງບັນດານາຍທະຫານໜຸ່ມ ກອງທັບສອງປະເທດເວົ້າລວມ ໃນການຮັກສາ ແລະເສີມຂະຫຍາຍມູນເຊື້ອການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ.
ນີ້ກໍ່ແມ່ນໂອກາດເພື່ອໃຫ້ສອງຝ່າຍແລກປ່ຽນ, ແບ່ງປັນບົດຮຽນໃນການເຄື່ອນໄຫວວຽກງານຊາວໜຸ່ມ ແລະຂະບວນການຊາວໜຸ່ມຂອງສາມແຂວງເວົ້າສະເພາະ ແລະກອງທັບສອງປະເທດເວົ້າລວມ.
ໂດຍ: ແສງເດືອນ