leftcenterrightdel
ທະຫານຊາຍແດນອຽນເຄືອງ ຢ້ຽມຢາມຖາມຂ່າວຄອບຄົວທ່ານ ວຽງພັນ ນາຍບ້ານໆເກີນ. ພາບ: ຈູງເລ.

ຊຸມວັນທ້າຍປີ, ໃນອາກາດໜາວຈັດຂອງລະດູໜາວ, ພວກຂ້າພະເຈົ້າ ມີໂອກາດຢ້ຽມຢາມບ້ານຊັ໊ງຮັ່ງ, ໜຶ່ງໃນບັນດາບ້ານຢູ່ຫ່າງໄກສອກຫຼີກ, ປະສົບກັບຄວາມຫຍຸ້ງຍາກຂອງຕາແສງຊາຍແດນອຽນເຄືອງ. ເຄີຍປະສົບໄພທຳມະຊາດ, ແຕ່ພໍ່ແມ່ປະຊາຊົນຢູ່ທີ່ນີ້ຍັງດຳລົງຊີວິດ ແລະຟື້ນຟູຊີວິດຢູ່ບ້ານຄືນໃໝ່. ພິເສດພໍ່ແມ່ປະຊາຊົນຢູ່ຊັ໊ງຮັ່ງ ມີການພົວພັນອັນດີງາມ ແລະສະໜິດຕິດພັນກັບປະຊາຊົນຢູ່ເຂດຊາຍແດນຂອງປະເທດເພື່ອນລາວ. ແລະເສີມສ້າງນ້ຳໃຈມິດຕະພາບສາມັກຄີດັ່ງກ່າວ, ປີ 2013 ຕໍ່ໜ້າການເປັນສັກຂີພິຍານຂອງອຳນາດການປົກຄອງ ແລະທະຫານຊາຍແດນອຽນເຄືອງ (ທະຫານຊາຍແດນແຂວງ) ບ້ານຊັ໊ງຮັ່ງ ໄດ້ເຊັນບົດບັນທຶກຄວາມຊ່ວຍຈຳວ່າດ້ວຍການແຮກສ່ຽວອ້າຍນ້ອງກັບບ້ານເກີນ, ກຸ່ມບ້ານໂພນໄຊ, ເມືອງຊຳໃຕ້ (ປະເທດລາວ).

ນາຍບ້ານ ລໍ່ວັນຈິງ ໃຫ້ຮູ້ວ່າ ບ້ານຊັ໊ງຮັ່ງ ມີ 113 ຄອບຄົວ ດ້ວຍຈໍານວນ 529 ຄົນ, ສ່ວນຫຼາຍແມ່ນຊາວເຜົ່າໄທ. ບໍ່ມີທີ່ດິນທຳການຜະລິດ, ປະຊາຊົນພຽງແຕ່ເຮັດນາ, ລ້ຽງສັດກະແຈກກະຈາຍ, ເພາະສະນັ້ນຊີວິດການເປັນຢູ່ຂອງປະຊາຊົນປະສົມກັບຄວາມຫຍຸ້ງຍາກຫຼາຍຢ່າງ, ອັດຕາສ່ວນຄອບຄົວທຸກຍາກຢູ່ລະດັບສູງ. ນັບແຕ່ພາຍຫຼັງພິທີແຮກສ່ຽວອ້າຍນ້ອງກັບບ້ານເກີນ, ກຸ່ມບ້ານໂພນໄຊ, ເມືອງຊຳໃຕ້, ປະຊາຊົນສອງຟາກຊາຍແດນມີເງື່ອນໄຂສະໜິດຕິດພັນກວ່າຜ່ານບັນດາການເຄື່ອນໄຫວຢ້ຽມຢາມຖາມຂ່າວ ແລະແລກປ່ຽນສິນຄ້າ. ທຸກປີ, ທະຫານຊາຍແດນສອງຝ່າຍໄດ້ແລກປ່ຽນບົດຮຽນກ່ຽວກັບການລາດຕະເວນ, ຄຸ້ມຄອງຄົນເຂົ້າອອກເຂດຊາຍແດນ, ຜ່ານນັ້ນຮັກສາໄດ້ຄວາມໝັ້ນຄົງຢູ່ເຂດຊາຍແດນ.

leftcenterrightdel
ນັກຮົບຄ້າຍທະຫານຊາຍແດນອຽນເຄືອງ ສ້ອມແປງເຄື່ອງຈັກຮັບໃຊ້ການຜະລິດກະສິກຳໃຫ້ປະຊາຊົນບ້ານເກີນ. ພາບ: ຈູງເລ.

ຕາມທ່ານຈິງ, ຊີວິດການເປັນຢູ່ຂອງປະຊາຊົນບ້ານເກີນປະເທດເພື່ອນລາວ ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ຫຼາຍປີມານີ້ສອງຝ່າຍເຄີຍຊ່ວຍເຫຼືອກັນ. ມີບາງໄລຍະ, ປະຊາຊົນປະເທດລາວປະສົບກັບໄພທຳມະຊາດ, ພໍ່ແມ່ປະຊາຊົນຊັ໊ງຮັ່ງ ພ້ອມແລ້ວທີ່ຈະຊ່ວຍປະຊາຊົນກໍ່ສ້າງເຮືອນຊານ, ໃຫ້ຄຳປຶກສາ, ຊ່ວຍເຫຼືອວັດຖຸອຸປະກອນໃຫ້ການຜະລິດ ແລະການແພດ. ໃນໄລຍະແຜ່ລະບາດຂອງພະຍາດໂຄວິດ-19, ເຖິງວ່າປະສົບກັບຄວາມຫຍຸ້ງຍາກ, ແຕ່ບ້ານຊັ໊ງຮັ່ງ ໄດ້ໜູນຊ່ວຍເຄື່ອງໃຊ້ທີ່ຈຳເປັນ, ຜ້າອັດປາກ, ຢາຂ້າເຊື້ອໃຫ້ປະຊາຊົນຢູ່ບ້ານເກີນ. ພ້ອມທັງສົມທົບກັບທະຫານຊາຍແດນ, ກຳລັງປະກອບອາວຸດສອງຝ່າຍ, ຮ່ວມແຮງຮ່ວມໃຈປ້ອງກັນ, ຕ້າພະຍາດໂຄວິດ-19, ຈໍາກັດການເຂົ້າອອກເມືອງຜິດກົດໝາຍ. ແຕ່ລະປີ, ບ້ານຊັ໊ງຮັ່ງ ຍັງຊ່ວຍເຫຼືອບ້ານເກີນ, ກຸ່ມບ້ານໂພນໄຊ ແນວພັນເຂົ້າ 50 kg, ປີ 2016 ບ້ານຊັ໊ງຮັ່ງ ຊ່ວຍເຫຼືອບ້ານເກີນ ຊີມັງ 20 ໂຕນ ເພື່ອກໍ່ສ້າງທາງ, ໜູນຊ່ວຍແນະນຳປະຊາຊົນບ້ານເກີນໃນການໝູນໃຊ້ຄວາມກ້າວໜ້າດ້ານວິທະຍາສາດເຕັກນິກໃນການຜະລິດກະສິກຳ 3 ເທື່ອ/ປີ.

ນາຍບ້ານໆເກີນ, ທ່ານ ວຽງພັນ ໃຫ້ຮູ້ວ່າ ປະຈຸບັນບ້ານມີ 28 ຄອບຄົວດ້ວຍຈຳນວນ 142 ຄົນ. ເຖິງວ່າຊີວິດການເປັນຢູ່ຂອງປະຊາຊົນຢູ່ບ້ານຊັ໊ງຮັ່ງ ປະສົມກັບຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມ, ແຕ່ໄດ້ຊ່ວຍເຫຼືອປະຊາຊົນພວກຂ້າພະເຈົ້າ ໃນຫຼາຍຂົງເຂດຢ່າງສຸດຈິດສຸດໃຈ, ຂ້າພະເຈົ້າປາດຖະໜາວ່າ ການພົວພັນແຮກສ່ຽວອ້າຍນ້ອງລະຫວ່າງບ້ານຊັ໊ງຮັ່ງ ແລະບ້ານເກີນ ບໍ່ພຽງແຕ່ປັບປຸງຊີວິດການເປັນຢູ່, ສະໜິດຕິດພັນສາຍໃຈປະຊາຊົນສອງຟາກຊາຍແດນໃນໄລຍະຍາວເທົ່ານັ້ນ ຫາກຍັງຮັບປະກັນຄວາມໝັ້ນຄົງ, ຍົກສູງຄວາມຮັບຜິດຊອບຂອງປະຊາຊົນໃນການປົກປັກຮັກສາ, ສ້າງສາເຂດຊາຍແດນສັນຕິພາບ, ມິດຕະພາບ.

leftcenterrightdel
ມຸມໜຶ່ງຂອງບ້ານເກີນ, ກຸ່ມບ້ານໂພນໄຊ, ເມືອງຊຳໃຕ້, ແຂວງຫົວພັນ, ປະເທດລາວ. ພາບ: ຈູງເລ.

ສະຫາຍພັນໂທ ຫງວຽນງອັກວັນ, ຫົວໜ້າຄ້າຍທະຫານຊາຍແດນອຽນເຄືອງ ໃຫ້ຮູ້ວ່່າ ອຽນເຄືອງ ມີເສັ້ນຊາຍແດນທີ່ມີລວງຍາວ 6,73 km ດ້ວຍ 3 ຫຼັກໝາຍຊາຍແດນເລກທີ 348, 349 ແລະ 350 ຕິດຈອດກັບເມືອງຊໍາໃຕ້, ແຂວງຫົວພັນ. ຢູ່ເຂດຊາຍແດນມີ 1 ດ່ານທ້ອງຖິ່ນ ແລະ 2 ດ່ານປະເພນີ ໂດຍຄ້າຍທະຫານຊາຍແດນອຽນເຄືອງ ແລະກອງຮ້ອຍທະຫານຊາຍແດນບ້ານເກີນ, ກຸ່ມບ້ານໂພນໄຊ ຮັບຜິດຊອບ. ເຖິງວ່າພະຍາດໂຄວິດ-19 ສົ່ງຜົນກະທົບຫຼາຍຢ່າງເຖິງວຽກງານພົວພັນຕ່າງປະເທດເຂດຊາຍແດນກໍ່ຕາມແຕ່ວ່າພາຍຫຼັງພະຍາດໂຄວິດ-19 ໄດ້ຮັບການຄວບຄຸມ, ຄ້າຍທະຫານຊາຍແດນອຽນເຄືອງ ໄດ້ເປັນເຈົ້າການ ແລະມີໄຫວພິບໃນການແລກປ່ຽນຂໍ້ມູນຂ່າວສານ, ພົບປະເຈລະຈາ, ລາດຕະເວນສອງຝ່າຍກັບກຳລັງປ້ອງກັນຊາຍແດນຂອງປະເທດລາວ. ນອກຈາກວຽກງານລາດຕະເວນຮ່ວມ, ສອງຝ່າຍຍັງຕິດຕໍ່ພົວພັນເປັນປະຈຳເພື່ອແລກປ່ຽນສະພາບການ, ຜ່ານນັ້ນແກ້ໄຂບັນດາກໍລະນີເກີດຂຶ້ນຢູ່ເຂດຊາຍແດນ ແລະພ້ອມກັນສຳເລັດໜ້າທີ່ປົກປັກຮັກສາຊາຍແດນ. ປະຊາຊົນສອງຝ່າຍຍາມໃດກໍ່ມີສະຕິປະຕິບັດສັນຍາລະບຽບການຄຸ້ມຄອງຊາຍແດນຢ່າງເຂັ້ມງວດ, ສົມທົບກັນເຮັດວຽກງານຄຸ້ມຄອງ, ປົກປັກຮັກສາ, ເພີ່ມທະວີການລາດຕະເວນ, ຄວບຄຸມ, ຄົ້ນພົບ, ສະກັດກັ້ນບັນດາການເຄື່ອນໄຫວລະເມີດທີ່ກ່ຽວຂ້ອງເຖິງບັນຫາຊາຍແດນ. ຍ້ອນເຫດນັ້ນ, ເສັ້ນຊາຍແດນ, ຫຼັກໝາຍຊາຍແດນຍັງຄົງຮັກສາສະພາບເດີມໄວ້ໄດ້, ບໍ່ພົບເຫັນການເຄື່ອນໄຫວບຽດຢືດທີ່ດິນຜິດກົດໝາຍ, ຜ່ານນັ້ນຮັກສາໄດ້ຄວາມໝັ້ນຄົງຢູ່ເຂດຊາຍແດນ.

ຕີລາຄາກ່ຽວກັບການພົວພັນມິດຕະພາບສະໜິດຕິດພັນລະຫວ່າງປະຊາຊົນສອງປະເທດທີ່ມີເສັ້ນຊາຍແດນຕິດຈອດກັນ, ສະຫາຍ ຫຼືດຶກຈູງ, ຮອງເລຂາຜູ້ປະຈຳ ຄະນະພັກເມືອງລາງແຈ໊ງ ແບ່ງປັນວ່າ ພາຍຫຼັງແຮກສ່ຽວ, ນ້ຳໃຈອ້າຍນ້ອງ, ວົງຕະກູນ, ເພື່ອນມິດໄດ້ຮັດແໜ້ນລະຫວ່າງຄອບຄົວຢູ່ສອງຟາກຊາຍແດນນັບພັນຄອບຄົວ. ທຸກປີ, ເມືອງໄດ້ເປັນເສນາທິການ, ຊີ້ນຳຄະນະພັກ, ອຳນາດການປົກຄອງຕາແສງອຽນເຄືອງ, ສົມທົບກັບກຳລັງຊາຍແດນຮັກສາ ແລະປະຕິບັດວຽກງານພົວພັນຕ່າງປະເທດກັບປະເທດເພື່ອນລາວ, ຈັດຕັ້ງການພົບປະ, ແລກປ່ຽນສະພາບການ, ຊ່ວຍເຫຼືອກັນ; ຄືໄລຍະຜ່ານມາໄດ້ຊ່ວຍເຫຼືອ ຊີມັງ, ໂທລະພາບ ໃຫ້ແກ່ກອງຮ້ອຍທະຫານ ຊາຍແດນບ້ານເກີນ/ກອງຮ້ອຍທະຫານຊາຍແດນ 216... ທີ່ມີມູນຄ່າ 20 ລ້ານດົ່ງ; ໜູນຊ່ວຍກຸ່ມບ້ານໂພນໄຊ ວັດຖຸອຸປະກອນ, ເຄື່ອງໃຊ້ຈຳເປັນທີ່ຮັບໃຊ້ວຽກງານປ້ອງກັນ, ຕ້ານພະຍາດໂຄ ວິດ-19 ດ້ວຍມູນຄ່າ 10 ລ້ານດົ່ງ. ໃນປີ 2022, ສູນການແພດເມືອງລາງແຈ໊ງ ສົມທົບກັບຄ້າຍທະຫານຊາຍແດນອຽນເຄືອງ ຈັດຕັ້ງການກວດ, ປິ່ນປົວພະຍາດໃຫ້ປະຊາຊົນບ້ານເກີນ, ກຸ່ມບ້ານໂພນໄຊ ໂດຍບໍ່ເກັບຄ່າ...

ຜ່ານການແຮກສ່ຽວບ້ານ-ບ້ານ ໄດ້ປະກອບສ່ວນປ້ອງກັນ, ຕ້ານການຍົກຍ້າຍຕັ້ງພູມລຳເນົາຕາມລຳພັງໃຈ, ສົມລົດບໍ່ຖືກລະບຽບ, ບໍ່ຄ້າຂາຍ, ຂົນສົ່ງຢາເສບຕິດຂ້າມຊາຍແດນ ແລະລະເມີດກົດໝາຍ, ປະກອບສ່ວນສຳຄັນເຂົ້າໃນການປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມຢູ່ເຂດຊາຍແດນ; ພ້ອມທັງ, ປະກອບສ່ວນປັບປຸງການພົວພັນທີ່ເປັນມູນເຊື້ອ, ຄວາມສາມັກຄີ, ມິດຕະພາບແບບພິເສດຫວຽດນາມ-ລາວ ໃຫ້ນັບມື້ນັບໝັ້ນແກ່ນ.

ໂດຍ: ແສງເດືອນ