ຊົມເຊີຍບັນດາຜົນງານທີ່ບັນລຸໄດ້ໃນຂົງເຂດພົວພັນພາຍໃນ ແລະພົວພັນຕ່າງປະເທດ ເຊິ່ງປະເທດ ສປປ ລາວ ຍາດມາໄດ້ໃນໄລຍະ 47 ປີຜ່ານມາ, ໂດຍສະເພາະແມ່ນບັນດາຜົນງານທີ່ບັນລຸໄດ້ພາຍຫຼັງ 36 ປີແຫ່ງການດຳເນີນກິດຈະການປ່ຽນແປງໃໝ່, ສະຫາຍ ຫງວຽນບ໊າຮຸ່ງ ຢືນຢັນວ່າ ບັນດາຜົນງານດັ່ງກ່າວມີການປະກອບສ່ວນສຳຄັນຂອງກະຊວງການຕ່າງປະເທດລາວ ແລະຄະນະພົວພັນຕ່າງປະເທດສູນກາງພັກ ປະຊາຊົນ ປະຕິວັດ ລາວ.

leftcenterrightdel
ສະຫາຍເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ ມອບຊໍ່ດອກໄມ້ອວຍພອນສະຫາຍ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດລາວ ແລະກະຊວງການຕ່າງປະເທດລາວ. ພາບ: ຈິ້ງຢູງ.

ສະແດງຄວາມພາກພູມໃຈຕໍ່ສາຍພົວພັນລະຫວ່າງສອງປະເທດໃນໄລຍະຜ່ານມາ, ພິເສດແມ່ນໃນປີສາມັກຄີມິດຕະພາບຫວຽດນາມ-ລາວ, ລາວ-ຫວຽດນາມ 2022, ສະຫາຍເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ ໃຫ້ຮູ້ວ່າ ເລື່ອງສອງຝ່າຍໄດ້ສົມທົບກັນຢ່າງແໜ້ນແຟ້ນໃນການຜັນຂະຫຍາຍບົດບັນທຶກວ່າດ້ວຍການຮ່ວມມືລະຫວ່າງສອງກົມການເມືອງ ປີ 2022, ບັນດາສົນທິສັນຍາທີ່ບັນລຸໄດ້ໃນກອງປະຊຸມ ຄັ້ງທີ 44 ຄະນະກຳມະການຮ່ວມມືທະວີພາຄີລະຫວ່າງລັດຖະບານ ຫວຽດນາມ ແລະລັດຖະບານ ລາວ ໄດ້ນຳການພົວພັນຮ່ວມມືລະຫວ່າງສອງປະເທດເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນ.

leftcenterrightdel
ສະຫາຍເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ ມອບຊໍ່ດອກໄມ້ອວຍພອນສະຫາຍ ທອງສະຫວັນ ພົມວິຫານ ແລະຄະນະພົວພັນຕ່າງປະເທດສູນກາງພັກ ປະຊາຊົນ ປະຕິວັດ ລາວ. ພາບ: ຈິ້ງຢູງ.

ສະແດງຄວາມຂອບອົກຂອບໃຈຕໍ່ສະຫາຍ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ລາວ ແລະສະຫາຍ ທອງສະຫວັນ ພົມວິຫານ ພ້ອມກັບການນຳ, ພະນັກງານ, ພາລະກອນກະຊວງການຕ່າງປະເທດລາວ, ຄະນະພົວພັນຕ່າງປະເທດສູນກາງພັກ ປະຊາຊົນ ປະຕິວັດ ລາວ ໃນໄລຍະຜ່ານມາໄດ້ຮ່ວມມື, ໜູນຊ່ວຍຝ່າຍຫວຽດນາມ ເວົ້າລວມ ແລະສະຖານທູດຫວຽດນາມ ປະຈຳ ລາວ ເວົ້າສະເພາະ, ສະຫາຍ ຫງວຽນບ໊າຮຸ່ງ, ກໍ່ຝາກຄຳອວຍພອນສຸຂະພາບ ແລະຜົນສຳເລັດມາຍັງຄະນະການນຳ, ພະນັກງານ, ພາລະກອນກະຊວງການຕ່າງປະເທດລາວ ແລະຄະນະພົວພັນຕ່າງປະເທດສູນກາງພັກ ປະຊາຊົນ ປະຕິວັດ ລາວ.

ໂດຍ: ແສງເດືອນ