leftcenterrightdel
ທ່ານ Rogelio Polanco Fuentes ເອກອັກຄະລັດຖະທູດກູບາ ປະຈໍາ ຫວຽດນາມ ອວຍພອນກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ. ພາບ: ສະຖານທູດກູບາ

ໃນວິດີໂອທີ່ໄດ້ແບ່ງປັນ, ທ່ານເອກອັກຄະລັດຖະທູດ Rogelio Polanco Fuentes ຊີ້ແຈ້ງວ່າ ພັກກອມມູນິດກູບາ ແລະປະຊາຊົນກູບາ ໄດ້ສົ່ງຄໍາພອນໄຊອັນປະເສີດມາຍັງພັກກອມມູນິດຫວຽດນາມ ແລະປະຊາຊົນຫວຽດນາມ, ອວຍພອນໃຫ້ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ປະສົບຜົນສຳເລັດ ແລະບັນລຸໄດ້ໝາກຜົນອັນດີງາມ. ທ່ານ Rogelio Polanco Fuentes ໃຫ້ຮູ້ວ່າ, ປະຊາຊົນກູບາ ເຊື່ອໝັ້ນ ແລະຫວັງວ່າ ຫວຽດນາມ ຈະສືບຕໍ່ຢືນຢັນເສັ້ນທາງພັດທະນາຂອງຕົນ, ຄື: ກໍ່ສ້າງສັງຄົມຖືມະນຸດເປັນໃຈກາງ, ພັດທະນາປະເທດຕາມທິດສັງຄົມນິຍົມ, ສອດຄ່ອງກັບສະພາບແວດລ້ອມ, ສັນຕິພາບ ແລະຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ. ຕາມທ່ານເອກອັກຄະລັດຖະທູດ ແລ້ວ, ບັນດາຜົນງານ ເຊິ່ງ ຫວຽດນາມ ບັນລຸໄດ້ໃນຊຸມປີຜ່ານມາແມ່ນພະຍານຫຼັກຖານຢ່າງຈະແຈ້ງໃຫ້ເຫັນວ່າ, ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ, ດ້ວຍຈິດໃຈສາມັກຄີ, ເຈດຈຳນົງອົງອາດກ້າແກ່ນ ແລະຄວາມເຫັນດີເຫັນພ້ອມຂອງປະຊາຊົນ, ຫວຽດນາມ ສາມາດກໍ່ສ້າງສັງຄົມພັດທະນາ, ມີສະຖຽນລະພາບ ແລະກ້າວໜ້າ.

ທ່ານເອກອັກຄະລັດຖະທູດ Rogelio Polanco Fuentes ຢັ້ງຢືນວ່າ: “ຈາກພື້ນຖານນັ້ນ, ພວກຂ້າພະເຈົ້າ ເຊື່ອໝັ້ນວ່າຫວຽດນາມ ບໍ່ພຽງແຕ່ສືບຕໍ່ປັບປຸງບັນດາຜົນງານທີ່ບັນລຸໄດ້ເທົ່ານັ້ນ, ຫາກຍັງຈະປະຕິບັດເປົ້າໝາຍຍຸດທະສາດທີ່ໄດ້ວາງອອກໃຫ້ໄລຍະພັດທະນາທີ່ຈະມາເຖິງ ປະສົບຜົນສໍາເລັດ ອີກດ້ວຍ”.

ໂດຍ: ເຈິ່ນຮວ່ຽນ