ດ້ວຍມູນເຊື້ອ ແລະພື້ນຖານປະຫວັດສາດອັນຍາວນານໃນການພົວພັນມິດຕະພາບກໍ່ຄືຄວາມສາມາດບົ່ມຊ້ອນໃນການພັດທະນາຂອງສອງທ້ອງຖິ່ນ, ສະຫາຍ ຫງວຽນວັນເນນ ສະແດງໃຫ້ເຫັນວ່າ: ນະຄອນ ໂຮ່ຈີມິນ ແລະ ແຂວງຈຳປາສັກ ສືບຕໍ່ເພີ່ມທະວີການຮ່ວມມືໃນຂົງເຂດທີ່ສອງທ້ອງຖິ່ນມີທ່າແຮງ, ຄື: ການພົບປະແລກປ່ຽນ, ແລກປ່ຽນຄະນະຜູ້ແທນຈະໄດ້ຮັບການເພີ່ມທະວີໃນໄລຍະຈະມາເຖິງ; ຍູ້ແຮງການຮ່ວມມືດ້ານການຄ້າ ແລະການລົງທຶນ... ເພື່ອໃຫ້ສອງທ້ອງຖິ່ນປະຕິບັດສຳເລັດບັນດາຄາດໝາຍ, ໜ້າທີ່ພັດທະນາເສດຖະກິດ - ສັງຄົມ ທີ່ວາງອອກໃນປີ 2022.

leftcenterrightdel
ບັນຍາກາດທີ່ການພົບປະເຈລະຈາ. ພາບ: ວັນມີງ

ສະຫາຍ ຫງວຽນວັນເນນ ໄດ້ສະແດງຄວາມເຫັນດີເຫັນພ້ອມກັບທິດທາງທີ່ສະຫາຍ ວິໄລວົງ ບຸດດາຄໍາ ໄດ້ຍົກອອກມາທີ່ການພົບປະເຈລະຈາ. ພ້ອມກັນນັ້ນ, ສອງທ້ອງຖິ່ນຕ້ອງສືບຕໍ່ລົງນາມໃນບົດບັນທຶກຊ່ວຍຈຳໄລຍະ 2022-2025 ເພື່ອໃຫ້ສອງທ້ອງຖິ່ນສືບຕໍ່ຮ່ວມມື ແລະ ຊຸກຍູ້ການພັດທະນາໃນໄລຍະຈະມາເຖິງ.

ກ່ຽວກັບຂໍ້ສະເໜີຂອງແຂວງເພື່ອນ, ສະຫາຍ ຫງວຽນວັນເນນ ໄດ້ເຫັນດີ ແລະ ເນັ້ນໜັກວ່າ ຕ້ອງຈັດຕັ້ງ ແລະ ສົ່ງເສີມການລົງທຶນ, ການຄ້າ, ການທ່ອງທ່ຽວ, ງານຕະຫຼາດນັດວາງສະແດງສິນຄ້າລະຫວ່າງສອງທ້ອງຖິ່ນໃນໄລຍະຈະມາເຖິງ...

ສະຫາຍ ຫງວຽນວັນເນນ ເຊື່ອໝັ້ນວ່າ ນ້ຳໃຈມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ - ລາວ, ລາວ - ຫວຽດນາມ, ໃນນັ້ນ ມີການພົວພັນມິດຕະພາບ ແລະການຮ່ວມມືລະຫວ່າງນະຄອນ ໂຮ່ຈີມິນ ແລະ ແຂວງຈຳປາສັກ ຈະຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນຊົ່ວກາລະນານ.

ເນື່ອງໃນໂອກາດນີ້, ນະຄອນ ໂຮ່ຈີມິນ ໄດ້ມອບອຸປະກອນການຈັດກອງປະຊຸມທາງອອນລາຍ 10 ຊຸດໃຫ້ແຂວງຈຳປາສັກ; ບໍລິສັດໃຫຍ່ Saigontourist ມອບທຶນການສຶກສາ 5 ທຶນ ເຊິ່ງມີມູນຄ່າ 1,5 ຕື້ດົ່ງໃຫ້ແຂວງຈຳປາສັກ.

ໂດຍ: ທະນາພອນ