leftcenterrightdel
ຕຳຫຼວດແຂວງເທື່ອທຽນ-ເຫວ້ ມອບສະບຽງອາຫານໃຫ້ກຳລັງປະກອບອາວຸດ ແລະປະຊາຊົນລາວ. ພາບ: sggp.org.vn

ຕາມນັ້ນແລ້ວ, ຂອງຂວັນ 210 ພູດ ລວມມີ: ເຂົ້າສານ, ໝີ່ສໍາເລັດຮູບ, ປາແຫ້ງ, ອາຫານແຫ້ງ, ນ້ຳປາ... ພ້ອມກັບຢາ ແລະເຂົ້າໜົມ ມີມູນຄ່າ 215 ລ້ານດົ່ງ ໄດ້ມອບໃຫ້ກຳລັງປະກອບອາວຸດ ແລະປະຊາຊົນແຂວງເຊກອງ, ສປປ ລາວ.

ໃນໄລຍະຜ່ານມາ, ສະພາບການພະຍາດໂຄວິດ-19 ຜັນແປຢ່າງສັບສົນ, ຕຳຫຼວດແຂວງເທື່ອທຽນ-ເຫວ້ ໄດ້ຈັດຕັ້ງການຢ້ຽມຢາມຖາມຂ່າວ ແລະມອບຂອງຂວັນໃຫ້ກຳລັງປະກອບອາວຸດ ແລະປະຊາຊົນສອງບ້ານຢູ່ເຂດຊາຍແດນຂອງປະເທດເພື່ອນລາວ ເພື່ອຊ່ວຍເຫຼືອ, ແກ້ໄຂຄວາມຫຍຸ້ງຍາກ, ຊ່ວຍຊີວິດການເປັນຢູ່ໃຫ້ເປັນປົກກະຕິ, ປະກອບສ່ວນຮັດແໜ້ນນ້ຳໃຈສາມັກຄີ, ຄວາມສະໜິດຕິດພັນລະຫວ່າງສອງປະເທດຫວຽດນາມ - ລາວ ໃຫ້ໝັ້ນແກ່ນຍິ່ງໆຂຶ້ນ.

ໂດຍ: ທະນາພອນ