ແຂວງວຽງຈັນ, ລາວ ສະໜັບສະໜູນຫວຽດນາມ 10.000 ໂດລາສະຫະລັດ ເພື່ອປ້ອງກັນ, ຕ້ານພະຍາດໂຄວິດ-19
ກປ.ອອນໄລ - ຕອນບ່າຍວັນທີ 14 ມິຖຸນາ, ຢູ່ນະຄອນຫຼວງວຽງຈັນ, ທ່ານນາງ ຈິ້ງທິເຕິມ ອັກຄະລັດຖະທູດຢູ່ສະຖານທູດຫວຽດນາມ ປະຈຳລາວ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນແຂວງວຽງຈັນ ເພື່ອມອບເງິນ 100 ລ້ານກີບ (ເທົ່າກັບ 10.000 ໂດລາສະຫະລັດ) ໃຫ້ແຂວງຫ໋າຍເຢືອງ ເພື່ອນຳໃຊ້ເຂົ້າໃນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19.
ທີ່ການຕ້ອນຮັບ, ຜູ້ຕາງໜ້າຄະນະຜູ້ແທນແຂວງວຽງຈັນ ເນັ້ນໜັກວ່າ ໂດຍໄດ້ຮັບຮູ້ວ່າ ພະຍາດໂຄວິດ-19 ພວມເກີດຂຶ້ນເປັນຄັ້ງທີ 4 ຢູ່ຫວຽດນາມ, ພິເສດຢູ່ແຂວງຫ໋າຍເຢືອງ ໄດ້ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງຍ້ອນພະຍາດໂຄວິດ-19. ອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນແຂວງວຽງຈັນ ໄດ້ບໍລິຈາກ ແລະສະໜັບສະໜູນເງິນຈຳນວນ 100 ລ້ານກີບ ເພື່ອແບ່ງປັນ ແລະສະໜັບສະໜູນໃຫ້ອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນແຂວງຫ໋າຍເຢືອງ ນຳໃຊ້ເຂົ້າໃນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19.
    |
 |
ບັນຍາກາດທີ່ການຕ້ອນຮັບ. ພາບ: nhandan.vn. |
ຜູ້ຕາງໜ້າຄະນະຜູ້ແທນແຂວງວຽງຈັນ ຢືນຢັນວ່າ: ອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນແຂວງວຽງຈັນ ຍາມໃດກໍ່ຈົດຈຳການຊ່ວຍເຫຼືອອັນລ້ຳຄ່າຂອງຫວຽດນາມ ທີ່ມີຕໍ່ລາວ ນັບແຕ່ກ່ອນມາຮອດປະຈຸບັນ, ກໍ່ຄືການແບ່ງປັນ ແລະຊ່ວຍເຫຼືອຂອງແຂວງຫ໋າຍເຢືອງ, ເຊິ່ງເປັນແຂວງແຮກສ່ຽວກັບແຂວງວຽງຈັນ; ເຖິງວ່າຂອງຂວັນບໍ່ຫຼາຍກໍ່ຕາມແຕ່ກໍ່ສະແດງໃຫ້ເຫັນນ້ຳໃຈ ແລະອາລົມຈິດຂອງອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນແຂວງວຽງຈັນ ທີ່ມີຕໍ່ຫວຽດນາມ ເວົ້າລວມ ແລະຕໍ່ແຂວງຫ໋າຍເຢືອງ ເວົ້າສະເພາະ. ຜູ້ຕາງໜ້າຄະນະຜູ້ແທນແຂວງວຽງຈັນ ກໍ່ຢືນຢັນວ່າ ປະຊາຊົນລາວ ກໍ່ຄືປະຊາຊົນແຂວງວຽງຈັນ ຍາມໃດກໍ່ຖືເປັນສຳຄັນການພົວພັນແບບພິເສດກັບຫວຽດນາມ.
    |
 |
ຜູ້ຕາງໜ້າຄະນະຜູ້ແທນແຂວງວຽງຈັນ ມອບຂອງຂວັນທີ່ມີມູນຄ່າ 100 ລ້ານກີບໃຫ້ແກ່ແຂວງຫ໋າຍເຢືອງ, ໃນຕອນບ່າຍຂອງວັນທີ 14 ມິຖຸນາ. ພາບ: nhandan.vn. |
ທ່ານນາງອັກຄະລັດຖະທູດ ຈິ້ງທິເຕິມ ສະແດງຄວາມຂອບໃຈ ແລະຕີລາຄາສູງຕໍ່ອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນແຂວງວຽງຈັນ ທີ່ໄດ້ບໍລິຈາກເງິນ ແລະສະໜັບສະໜູນແຂວງຫ໋າຍເຢືອງ 100 ລ້ານກີບ ເພື່ອນຳໃຊ້ເຂົ້າໃນການປ້ອງກັນ, ຕ້ານພະຍາດໂຄວິດ-19; ຕາງໜ້າໃຫ້ແຂວງຫ໋າຍເຢືອງ, ທ່ານນາງໄດ້ສະແດງຄວາມຂອບໃຈແຂວງວຽງຈັນ ທີ່ໄດ້ໃຫ້ການສະໜັບສະໜູນແຂວງຫ໋າຍເຢືອງ ຢ່າງທັນການໃນການປ້ອງກັນ, ຕ້ານພະຍາດ ໂຄວິດ-19; ຫວັງວ່າ ການພົວພັນລະຫວ່າງສອງແຂວງແຮກສ່ຽວຈະນັບມື້ນັບພັດທະນາ ແລະເຂົ້າສູ່ລວງເລິກ.
ໂດຍ: ທະນາພອນ