leftcenterrightdel
ການນໍາແຂວງຜົ້ງສາລີ ມອບຂອງຂວັນໃຫ້ແກ່ບັນດາສະຫາຍພະນັກງານຄະນະປະຕິບັດງານຂອງກົມໃຫຍ່ພະລາທິການກອງທັບປະຊາຊົນຫວຽດນາມ. ພາບ: qdnd.vn.

ໝາກຜົນ, ຄະນະໄດ້ກວດ, ປິ່ນປົວພະຍາດ, ໃຫ້ຄໍາປຶກສາສຸຂະພາບ, ແຈກຢາຍຢາໂດຍບໍ່ເສຍຄ່າໃຫ້ແກ່ພໍ່ແມ່ປະຊາຊົນ 11.660 ຄົນ, ລື່ນຄາດໝາຍທີ່ໄດ້ວາງອອກໃນແຜນການ. ໃນນັ້ນ, ໄດ້ຈັດຕັ້ງການວິເຄາະວິໄຈໃຫ້ 835 ກໍລະນີ, ເອໂກໃຫ້ 3.150 ກໍລະນີ... ນອກຈາກການເຄື່ອນໄຫວກວດ, ປິ່ນປົວພະຍາດແລ້ວ, ຄະນະປະຕິບັດງານຂອງກົມໃຫຍ່ພະລາທິການກອງທັບປະຊາຊົນຫວຽດນາມ ຍັງໄດ້ໄປຢ້ຽມຢາມ, ມອບຂອງຂວັນຈໍານວນ 30 ພູດ ໃຫ້ແກ່ບັນດາເປົ້າໝາຍນະໂຍບາຍພິເສດໃນບໍລິເວນ, ແຕ່ລະພູດມີມູນຄ່າ 2 ລ້ານດົ່ງ. ຄະນະກໍ່ໄດ້ມອບຊຸດວັດແທກຄວາມດັນເລືອດໃຫ້ໂຮງໝໍ 3 ແຫ່ງທີ່ຢູ່ໃນບໍລິເວນ, ແຕ່ລະແຫ່ງແມ່ນ 10 ຊຸດ ແລະມອບອຸປະກອນການແພດຫຼາຍຢ່າງເພື່ອໜູນຊ່ວຍບັນດາໂຮງໝໍ, ສູນສາທາລະນະສຸກຂອງ 3 ເມືອງ...

leftcenterrightdel
ທ່ານພົນຈັດຕະວາ ຫງວຽນຊວນກຽນ, ຫົວໜ້າກົມເສນາຮັກ (ກົມໃຫຍ່ພະລາທິການກອງທັບປະຊາຊົນຫວຽດນາມ) ມອບຂອງຂວັນໃຫ້ແກ່ອຳນາດການປົກຄອງ ແລະພະນັກງານການແພດຂອງແຂວງຜົ້ງສາລີ. ພາບ: qdnd.vn.

ລາຍການກວດ, ປິ່ນປົວພະຍາດລວມຄັ້ງນີ້ແມ່ນການກິດຈະກໍາແທດຈິງເພື່ອຂໍ່ານັບຮັບຕ້ອນເຫດການສະເຫຼີມສະຫຼອງວັນມູນເຊື້ອທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ຄົບຮອບ 70 ປີຢູ່ລາວ ແລະວັນສ້າງຕັ້ງກອງທັບປະຊາຊົນສອງປະເທດ. ຜ່ານການເຄື່ອນໄຫວຄັ້ງນີ້, ໄດ້ປະກອບສ່ວນຢ່າງແທດຈິງເຂົ້າໃນການຍົກສູງຄຸນນະພາບສົ່ງເສີມສຸຂະພາບຂອງພໍ່ແມ່ປະຊາຊົນຢູ່ເຂດຊາຍແດນ; ພ້ອມກັນນັ້ນກໍ່ແມ່ນໂອກາດເພື່ອໃຫ້ທ່ານໝໍ, ພາລະກອນຂອງແພດທະຫານສອງຝ່າຍພົບປະແລກປ່ຽນ, ຖອດຖອນບົດຮຽນ, ຍົກສູງຄວາມຮູ້ດ້ານວິຊາການ, ຮ່ວມແຮງຮ່ວມໃຈກັນເບິ່ງແຍງດູແລ, ປົກປ້ອງສຸຂະພາບຂອງປະຊາຊົນເປັນຢ່າງດີ. ທີ່ພິທີສະຫຼຸບ, ແຂວງຜົ້ງສາລີ ໄດ້ຈັດຕັ້ງການມອບຂອງຂວັນໃຫ້ບັນດາບຸກຄົນເຂົ້າຮ່ວມຄະນະປະຕິບັດງານກວດ, ປິ່ນປົວພະຍາດລວມໃນບໍລິເວນ 3 ເມືອງຂອງແຂວງ.

ໂດຍ: ເຈິ່ນຮວ່ຽນ