ໄປພ້ອມກັບການປະຕິບັດໜ້າທີ່ຄຸ້ມຄອງ, ປົກປັກຮັກສາຊາຍແດນ, ຄ້າຍທະຫານຊາຍແດນຕາມເຮີບ ໄດ້ ແລະພວມປະຕິບັດຫຼາຍໂຄງການຊ່ວຍເຫຼືອປະຊາຊົນຢູ່ໃນບໍລິເວນຕິດກັບຊາຍແດນ. ປີ 2022, ຄ້າຍທະຫານຊາຍແດນຕາມເຮີບ  ໄດ້ສົມທົບກັບທ້ອງຖິ່ນຊ່ວຍເຫຼືອແບ້ພັນ 7 ໂຕ ໃຫ້ແກ່ຄອບຄົວທ່ານນາງ ກວາງທິລວານ, ຢູ່ບ້ານວັງມົນ ແລະຈັດສົ່ງພະນັກງານທີ່ມີປະສົບການໃນການລ້ຽງສັດເພື່ອໄປແນະນໍາ ແລະຊ່ວຍເຫຼືອຄອບຄົວດັ່ງກ່າວກ່ຽວກັບວິທີລ້ຽງແບ້. ພາຍຫຼັງລ້ຽງມາໄດ້ເກືອບ 2 ປີ, ຝູງແບ້ຂອງຄອບຄົວນາງ ລວານ ກໍ່ໄດ້ເກີດແມ່ແຜ່ລູກເປັນ 14 ໂຕ.

ໃນປີ 2022, ຄ້າຍທະຫານຊາຍແດນຕາມເຮີບ ກໍ່ໄດ້ຊ່ວຍເຫຼືອງົວພັນ 5 ໂຕ ແລະແບ້ພັນ 4 ໂຕໃຫ້ແກ່ຄອບຄົວຂອງທ່ານ ຊົ່ງເຍຍລີ່, ຢູ່ບ້ານຝາລອ໋ມ; ຍ້ອນມີການລ້ຽງດູເປັນຢ່າງດີ, ມາຮອດປະຈຸບັນ, ຄອບຄົວຂອງທ່ານ ລີ່ ມີງົວ 9 ໂຕ ແລະແບ້ເກືອບ 10 ໂຕ. ນີ້ແມ່ນ 2 ຄອບຄົວໃນຈຳນວນຫຼາຍຄອບຄົວຢູ່ຕາແສງຕາມເຮີບ ທີ່ໄດ້ເລືອກເຟັ້ນໃຫ້ປະຕິບັດຮູບແບບ “ແບ່ງປັນ 50”. ຮູບແບບດັ່ງກ່າວແມ່ນໄດ້ປະຕິບັດຕາມຮູບການ ທີ່ພະນັກງານ ແລະນັກຮົບຂອງຄ້າຍທະຫານ ຈະຊ່ວຍເຫຼືອແນວພັນສັດລ້ຽງ, ແນວພັນພືດໃຫ້ບັນດາຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກ, ແຕ່ເງື່ອນໄຂແມ່ນບັນດາຄອບຄົວດັ່ງກ່າວຕ້ອງມີຄວາມສາມາດໃນການລ້ຽງສັດ. ເມື່ອລ້ຽງສັດ ແລະພືດພັນພັດທະນາດີ, ຜົນກໍາໄລຈະໄດ້ແບ່ງປັນກັນຄົນລະເຄິ່ງ.

leftcenterrightdel
ພະນັກງານ, ນັກຮົບຄ້າຍທະຫານຊາຍແດນຕາມເຮີບ (ກອງບັນຊາການທະຫານຊາຍແດນແຂວງເງະອານ) ໜູນຊ່ວຍປະຊາຊົນກໍ່ສ້າງເສັ້ນທາງ. ພາບ: nhandan.vn

ທ່ານພັນໂທ ໂງວັນທ້ຽນ, ຫົວໜ້າການເມືອງ, ຄ້າຍທະຫານຊາຍແດນຕາມເຮີບ ໃຫ້ຮູ້ວ່າ: “ມີຫຼາຍຄອບຄົວທີ່ມີຄວາມຫຍຸ້ງຍາກດ້ານເສດຖະກິດ, ແຕ່ວ່າໃນເງື່ອນໄຂທີ່ຈໍາກັດ, ພວກຂ້າພະເຈົ້າຕ້ອງເລືອກເອົາຄອບຄົວທີ່ມີຄວາມສາມາດໃນການລ້ຽງສັດ ແລະມີເຈດຈໍານົງບືນຕົວຂຶ້ນ. ບັນດາຄອບຄົວເຫຼົ່ານີ້ປະຕິບັດສໍາເລັດ ຈະສ້າງກໍາລັງໜູນໃຫ້ແກ່ຄອບຄົວອື່ນປະຕິບັດຕາມ".

ສ່ວນຢູ່ຕາແສງແກງດູ, ເມືອງກີ່ເຊີນ, ໃນໄລຍະຜ່ານມາ, ຄ້າຍທະຫານຊາຍແດນແກງດູ ໄດ້ຕັ້ງໜ້າເປັນເສນາທິການ  ແລະພ້ອມກັບຄະນະພັກ, ອຳນາດການປົກຄອງທ້ອງຖິ່ນ ເພື່ອຜັນຂະຫຍາຍຫຼາຍຮູບການຫາເງິນລ້ຽງຊີບ ໃຫ້ແກ່ປະຊາຊົນຢູ່ບໍລິເວນ ໄດ້ນຳມາເຊິ່ງຜົນປະໂຫຍດທີ່ຕັ້ງໜ້າ. ພົ້ນເດັ່ນແມ່ນກາງປີ 2023, ທາງຄ້າຍທະຫານຊາຍແດນແກງດູ ໄດ້ຊ່ວຍເຫຼືອແນວພັນສັດລ້ຽງເກືອບ 300 ໂຕ ແລະຊ່ວຍສ້າງຄອກສັດລ້ຽງ ໃຫ້ແກ່ຄອບຄົວຂອງທ່ານ ແຊວວັນທອງ, ຢູ່ບ້ານຫ້ວຍແກ໋ງ ດ້ວຍຄ່າໃຊ້ຈ່າຍທັງໝົດກວ່າ 17 ລ້ານດົ່ງ. ມາຮອດປະຈຸບັນ, ສັດລ້ຽງໄດ້ຂະຫຍາຍຕົວຂຶ້ນເລື້ອຍໆ, ໄດ້ກາຍເປັນກຳລັງໜູນໃຫ້ຄອບຄົວຂອງທ່ານ ທອງ ບືນຕົວຂຶ້ນເພື່ອຫຼຸດພົ້ນອອກຈາກຄວາມທຸກຍາກ. ຄຽງຂ້າງນັ້ນ, ຄ້າຍທະຫານຊາຍແດນແກງດູ ຍັງໄດ້ຊ່ວຍຄອບຄົວຂອງທ່ານ ເລືອງວັນເຢືອງ ຢູ່ບ້ານຮາດຕາແວ໊ນ ເພື່ອປະຕິບັດຮູບແບບ “ລ້ຽງສັດສົມທົບກັບການລ້ຽງປາ ແລະປູກເຂົ້າ”...

ຕາມທ່ານ ເລືອງວັນງາມ ປະທານຄະນະກຳມະການປະຊາຊົນຕາແສງແກງດູ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ, ມີຫຼາຍຄອບຄົວປະສົບກັບຄວາມຫຍຸ້ງຍາກໄດ້ຮັບການຊ່ວຍເຫຼືອດ້ານແນວພັນສັດລ້ຽງ, ແນວພັນພືດ ແລະເຕັກນິກການເບິ່ງແຍງດູແລສັດລ້ຽງ, ນັບແຕ່ນັ້ນມາກໍ່ໄດ້ສ້າງເປັນຮູບແບບເສດຖະກິດຄອບຄົວເອງ ແລະຊີວິດນັບມື້ນັບດີຂຶ້ນເລື້ອຍໆ. ນອກຈາກນັ້ນ, ທະຫານຊາຍແດນແຂວງເງະອານ ຍັງຕັ້ງໜ້າຊ່ວຍເຫຼືອປະຊາຊົນສ້ອມແປງເຮືອນຢູ່ ເພື່ອໃຫ້ເຂົາເຈົ້າໃຫ້ມີຄວາມອຸ່ນອ່ຽນໃຈດໍາລົງຊີວິດ, ອອກແຮງງານທໍາການຜະລິດ.

ໃນໂອກາດບຸນປີໃໝ່ປະຈໍາຊາດ ປີມະໂລງ 2024 ຜ່ານມາ, ລາຍການ “ລະດູບານໃໝ່ຢູ່ເຂດຊາຍແດນ - ຄວາມອົບອຸ່ນຢູ່ໃນໃຈຂອງຊາວບ້ານ” ໄດ້ມອບເຮືອນສາມັກຄີ 30 ຫຼັງ, ດ້ວຍມູນຄ່າທັງໝົດເກືອບ 1,5 ຕື້ດົ່ງ ໃຫ້ແກ່ບັນດາຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກ.

ທ່ານພັນເອກພິເສດ ເລຍືເກືອງ, ເລຂາພັກ, ຫົວໜ້າການເມືອງກອງບັນຊາການທະຫານຊາຍແດນແຂວງເງະອານ ແບ່ງປັນວ່າ: ດ້ວຍທິດນໍາທີ່ວ່າ: “ປະຊາຊົນແຕ່ລະຄົນແມ່ນຫຼັກໝາຍຊາຍແດນຫຼັກໜຶ່ງຂອງຊາດ” ມີຄວາມໝາຍຍຸດທະສາດ. ໃນຊຸມປີຜ່ານມາ, ທະຫານຊາຍແດນແຂວງເງະອານ ໄດ້ຜັນຂະຫຍາຍຫຼາຍແຜນນະໂຍບາຍ ແລະມາດຕະການແກ້ໄຂຢ່າງມີປະສິດທິຜົນໃນການກໍ່ສ້າງ ແລະປັບປຸງ “ທ່າຮົບໃນຈິດໃຈປະຊາຊົນ”. ໃນໄລຍະຈະມາເຖິງ, ທາງກົມກອງ ຈະສືບຕໍ່ປະຕິບັດບັນດາໂຄງການເສດຖະກິດ-ສັງຄົມ ຢ່າງມີປະສິດທິຜົນ; ສົມທົບກັນ ແລະເປັນເສນາທິການໃນການຈັດຕັ້ງ, ຈັດສັນເຂດຊຸມຊົນຢູ່ເຂດຊາຍແດນ, ສົມທົບກັບການພັດທະນາເສດຖະກິດ-ສັງຄົມ ແລະສ້າງ “ແລວທາງປະຊາຊົນ” ເພື່ອປົກປັກຮັກສາຊາຍແດນ.

ໂດຍ: ທູຈາງ