ກອງທັບປະຊາຊົນຫວຽດນາມ ແລະກອງທັບປະຊາຊົນລາວ ສົມທົບກັນດຳເນີນການກວດ, ປິ່ນປົວພະຍາດໃຫ້ແກ່ປະຊາຊົນລາວ
ກປ.ອອນໄລ - ວັນທີ 24 ທັນວາ, ເປັນວັນທີສອງໃນການປະຕິບັດລາຍການກວດ, ປິ່ນປົວພະຍາດລວມລະຫວ່າງກອງທັບປະຊາຊົນຫວຽດນາມ ແລະກອງທັບປະຊາຊົນລາວ, ຄະນະປະຕິບັດງານຢູ່ 3 ຈຸດໄດ້ກວດພະຍາດ, ໃຫ້ຄຳປຶກສາ, ແຈກຢາຍຢາໂດຍບໍ່ເສຍຄ່າໃຫ້ແກ່ຄົນເຈັບກວ່າ 3.000 ເທື່ອຄົນໃນບໍລິເວນເມືອງຂວາ, ເມືອງໃໝ່, ເມືອງສໍາພັນ (ແຂວງຜົ້ງສາລີ, ສປປ.ລາວ).